黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຊົນຫຼາຍກວ່າ 1,7 ລ້ານ​ຄົນ​ເຂົ້າ​ຮ່ວມ​ແຜນການ​ກວດ​ນິວ​ຄຼີອິກຫາ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ຮົງ​ກົງ

2020-09-14 10:14:09 CRI

ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ອຳນາດ​ການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 13 ກັນຍາ​ນີ້​ວ່າ: ​ແຕ່​ເວລາ 8:00 ​ໂມງຫາ 20:00 ​ໂມງ​ຂອງ​ມື້​ດຽວ​ກັນ, ມີ​ຊາວ​​ຮົງ​ກົງປະມານ 53 ພັນ​ຄົນ​ໄດ້​ລົງທະບຽນ​ເຂົ້າ​ຮ່ວມ​ການ​ເກັບ​ຕົວຢ່າງ​ເພື່ອກວດ​ນິວ​ຄຼີອິກຫາ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ສູນກວດ​ຕົວຢ່າງຂອງ​ເຂດ​ຊຸມຊົນ​ຕ່າງໆ​ຢູ່​ຮົງ​ກົງ ຕາມ​ແຜນການ​ກວດ​ຕົວຢ່າງ​ທີ່​ກວມ​ເອົາ​ເຂດ​ຊຸມ​ຊົນ​ຕ່າງໆ. ນັບ​ແຕ່​ແຜ​ນການ​ດັ່ງກ່າວ​ໄດ້​ເລີ່​ມຈັດ​ຕັ້ງປະຕິບັດ​ເມື່ອ​ວັນ​ທີ 1 ກັນຍາ​ນີ້​ເປັນ​ຕົ້ນ​ມາ, ມີ​ຊາວ​ຮົງ​ກົງທັງ​ໝົດ ​1.719.000 ກວ່າ​ຄົນ​ໄດ້​ລົງທະບຽນ​ເຂົ້າ​ຮ່ວມຢູ່​ສູນ​ກວດ​ຕົວຢ່າງຕ່າງໆ.

ມາ​ຮອດ​ເວລາ 20:00 ​ໂມງ​ຂອງ​ວັນ​ທີ 13 ກັນຍາ​ນີ້, ໄດ້​ສຳ​ເລັດ​ການກວດ​ນິວ​ຄຼີອິກ​ເພື່ອ​ຫາ​ເຊື້ອ​ພະຍາດ​ໂຄ​ວິດ-19 ທັງ​ໝົດ​ປະມານ 1.667.000 ສະບັບ. ສຳລັບຕົວຢ່າງ​ທີ່​ເປັນ​ຜົນ​ບວກ​ນັ້ນ ຈະ​ຖືກ​ສົ່ງ​ໃຫ້​ສູນວິ​​ໄຈດ້ານ​ສາທາລະນະ​ສຸກຂອງ​ອົງການ​ສາທາລະນະ​ສຸກຮົງ​ກົງ ​ເພື່ອ​ກາດ​ກາ​ຕື່ມ​ອີກ, ສ່ວນກໍລະນີ​ທີ່​ຖືກ​ບົ່ງ​ມະຕິ​ເປັນ​ພະຍາດ​ໂຄ​ວິດ-19 ນັ້ນ​ຈະ​ໃຫ້​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຂອງ​ອົງການ​ສາທາລະນະ​ສຸກ​ດັ່ງກ່າວ​ຕິດຕາມ​ແລະ​ປະກາດ.

ນອກ​ນີ້, ນັບ​ແຕ່​ໄດ້​ເປີດ​ບໍລິການ​ລົງທະບຽນ​ກວດຕົວຢ່າງ​ໂດຍ​ຜ່ານ​ທາງ​ອິນ​ເຕີ​ເນັດ​ເມື່ອ​ວັນ​ທີ 29 ສິງຫາ​ປີ​ນີ້​ເປັນ​ຕົ້ນ​ມາ ​ແລະ ມາ​ຮອດ​ເວລາ​ 20:00 ​ໂມງ​ຂອງ​ວັນ​ທີ 13 ກັນຍາ​ນີ້, ນັບ​ລວມ​ແລ້ວ​ມີ​ຊາວ​ຮົງ​ກົງ​ປະມານ 1.361.000 ຄົນ​ໄດ້ລົງທະບຽນ​ກວດຕົວຢ່າງ​ທາງ​ອິນ​ເຕີ​ເນັດ.

ຄຳ​ເຫັນ

0