蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ໄດ້​ຝືນ​ກັບ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ​ອີກ​ຄັ້ງ​ໜຶ່ງ

2020-09-14 15:29:16 CRI

ວັນ​ທີ 11 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​ຜົນ​ການ​ລົງ​ຄະ​ແນນ​ສຽງຢ່າງ​ລົ້ນ​ເຫຼືອ​ຄື 169 ຕໍ່ 2, ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ນີີ້​ມີ​ແຕ່ 2 ປະ​ເທດ​ຄື: ​ອິ​ສ​ລາ​ແອນ ແລະ ອາ​ເມ​ຣິ​ກາ​ໄດ້​ປ່ອນ​ບັດ​ຄັດ​ຄ້ານ, ອູ​ແກ​ຣນ ແລະ ຮົງ​ກາ​ລີ​​ບໍ່​ອອກ​ສຽງ.

ມະ​ຕິ​ສະ​ບັບ​ນີ້​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ທາງ​ກົດ​ໝາຍ, ແຕ່​ພັດ​ໄດ້​ກາຍ​ເປັນ​ມະ​ຕິ​ສະ​ບັບ​ໜຶ່ງ​ທີ່​ໄດ້​ຮັບ​ສຽງ​ຕອບ​ຮັບ​ຈາກ​ປະ​ເທດ​ສະ​ມາ​ຊິກ​ສ່ວນຫຼາຍ​ທີ່​ສຸດ ໃນ​ບັນ​ດາ​ມະ​ຕິ​ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ໃນ​ມື້​ດຽວ​ກັນ. ມີ 169 ປະ​ເທດ​ສະ​ມາ​ຊິກ​ໃນ​ຈຳ​ນວນ​ທັງ​ໝົດ 193 ປະ​ເທດ​ສະ​ມາ​ຊິກ​​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປ່ອນ​ບັດ​ເຫັນ​ດີ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຄົມ​ໂລກ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້​ມາ​ແຕ່​ດົນແລ້ວ, ຫວັງ​ວ່າຈະ​ຜ່ານ​ຈາກວິ​ທີ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ແຕ່​ໃນ​ຄັ້ງ​ນີ້, ອາ​ເມ​ຣິ​ກາ​ໄດ້​ຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ປະ​ຊາ​ຄົມ​ໂລກ​ອີກ​ຄັ້ງ​ໜຶ່ງ ເຊິ່ງ​ໄດ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ພາບ​ພົດ​ໂດດ​ດ່ຽວ​ຂອງ​ອາ​ເມ​ຣິ​ກາ​ໃນ​ປະ​ຊາ​ຄົມ​ໂລກອີກ​ຄັ້ງ​ໃໝ່.

ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ນີ້, ອາ​ເມ​ຣິ​ກາ​ຍັງ​ຄັດ​ຄ້ານ​ເນື້ອ​ໃນ​ທີ່​ມີ​ສ່ວ​ນ​ກ່ຽວ​ຂ້ອງ​ກັບ​ລັດ​ຖະ​ບານ​ທ​ຣຳ​ທີ່​ໄດ້​ຢຸດ​ຕິ​ການ​ຈ່າຍ​ເງິນ​ອຸດ​ໜູນ​ໃຫ້​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ອີກ​ຄັ້ງ​ໜຶ່ງວ່າ: ຈີນ​ໄດ້​ປິດ​ບັງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລ​ຍະ​ທີ່​ຫາ​ກໍ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ ເຊິ່ງ​ການ​ກະ​ທຳ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລັດ​ທິ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ທີ່​ຖືຕົນ​ເອງ​ສຳ​ຄັນ​ກວ່າ​ໝູ່​ອີກ​ຄັ້ງ​ໜຶ່ງ​ຢ່າງ​ຈະ​ແຈ້ງ.

ໃນ​ໄລ​ຍະ​ທີ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ສາ​ມັກ​ຄີ​ກັນ​ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ໄດ້​ຝືນ​ກັບ​ກະ​ແສ​ຂອງ​ທົ່ວ​ໂລກ​ອີກ​ຄັ້ງ​ໜຶ່ງ, ​ການ​ກະ​ທຳ​ແບບ​ນີ້ມີ​ແຕ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​ຄວາມຫຼົ້ມ​ເຫຼວ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ສິ່ງ​ທີ່​ອາ​ເມ​ຣິ​ກາ​ຄວນ​ເຮັດ​ນັ້ນ​ກໍ​ຄື​ໃຫ້​ການ​ເຄົາ​ລົບ​ວິ​ທະ​ຍາ​ສາດ, ເອົາ​ໃຈ​ໃສ່​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ຢ່າງ​ແທ້​ຈິງ, ຫາກ​ບໍ່​ແມ່ນ​ກະ​ຈາຍເຊື້ອ​ພະ​ຍາດ​ທາງ​ການ​ເມືອງ, ​ທັງຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ປະ​ຊາ​ຄົມ​ໂລກ ແລະ ​ຖະຫຼຳ​ເລິກເດີນ​ຕາມ​ເສັ້ນ​ທາງ​ທີ່ຜິດ​ພາດ​ໄປ​ເລື້ອຍໆ.

ຄຳ​ເຫັນ

0