尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ລົ້ມ​ລະ​ລາຍ​ສູນ​ກາງ​ໄທ​ໄດ້ອະ​ນຸ​ມັດ​​ໃຫ້​ບໍ​ລິ​ສັດ​ການ​ບິນ​ໄທ​ດຳ​ເນີນ​ການ​ຟື້ນ​ຟູ​ຄືນ​ໃໝ່

2020-09-15 16:25:17 cri

ວັນ​ທີ 14 ກັນ​ຍາ​ນີ້, ສານ​​ລົ້ມ​ລະ​ລາຍ​ສູນ​ກາງ​ໄທ​ໄດ້​ອະ​ນຸ​ມັດ​​ເຫັນ​ດີ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ບໍ​ລິ​ສັດ​ການ​ບິນ​ໄທ​ທີ່​ຈະ​ດຳ​ເນີນ​ການຟື້ນ​ຟູ​ບໍ​ລິ​ສັດຄືນ​ໃໝ່. ໂດຍ​ທີ່​ບໍ​ລິ​ສັດ​ດັ່ງ​ກ່າວ​ຈະ​ຍື່ນ​ແຜນ​ການ​​ການຟື້ນ​ຟູ​ບໍ​ລິ​ສັດ​ຄືນ​ໃໝ່​ຕໍ່ສານ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ​ນີ້​ເພື່ອ​ດຳ​ເນີນ​ການ​ຟື້ນ​ຟູ​ບໍ​ລິ​ສັດ​ຄືນ​ໃໝ່.
 

ຫຼັງ​ຈາກ​ໄດ້​ເປີດ​ເຜີຍ​ຄຳຕັດ​ສິນ​ໃນ​ມື້​ດັ່ງ​ກ່າວ​ແລ້ວ, ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ: ​ຈະ​ຍື່ນ​ແຜນ​ການຟື້ນ​ຟູ​ບໍ​ລິ​ສັດຄືນ​ໃໝ່​ຕໍ່​ສານ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ​ນີ້ ພ້ອມ​ທັງ​ຈະ​ຈັດ​ກອງ​ປະ​ຊຸມ​ຜູ້​​ຖື​ຫຸ້ນ​ໃນ​ຕົ້ນ​ປີ 2021 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ດັ່ງ​ກ່າວ.
 

ເນື່ອງ​ຈາກ​ສະ​ພາບ​ການ​ດຳ​ເນີນ​ງານ​ຂາດ​ທຶນ, ໃນ​ຊຸມ​ປີ​ຜ່ານ​ມາ, ບໍ​ລິ​ສັດ​ການ​ບິນ​​ໄທ​ໄດ້​ປະ​ສົບກັບການ​ຂາດ​ທຶນ​ຫຼາຍ​ປີ​ຕິດ​ຕໍ່​ກັນ​. ປີ 2017, ​ບໍ​ລິ​ສັດ​ການ​ບິນ​ໄທ​ໄດ້ຂາດ​ທຶນ​ຫຼາຍກວ່າ 2,1 ຕື້​ບາດ, ປີ 2018 ເພີ່ມ​ຂຶ້ນ​ເປັນ 11,6 ຕື້​ບາດ​ແລະ ປີ 2019 ເພີ່ມ​ຂຶ້ນ​ເປັນ 12 ຕື້​ບາດ. ປີ​ນີ້, ຂະ​ແໜງ​ການ​ການ​ບິນ​ແລະ​ການ​ທ່ອງ​ທ່ຽວ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່​ວ​ໂລກ, ເຮັດ​ໃຫ້​ສະ​ພາບ​ການ​ເງິນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວທີ່​ຂາດ​ສະ​ພາບ​ຄ່ອງ​ຢູ່​ແລ້ວ​ຍິ່ງ​ຮ້າຍ​ແຮງ​ຂຶ້ນ. ບໍ​ລິ​ສັດ​ດັ່ງ​ກ່າວ​ເຄີຍ​ໄດ້​ຍື່ນ​ຄຳຮ້ອງ​ຂໍ​ກ່ຽວ​ກັບການຟື້ນ​ຟູ​ບໍ​ລິ​ສັດ​ຄືນ​ໃໝ່​ຕໍ່​ສານ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ປີ​ນີ້.

ຄຳ​ເຫັນ

0