蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ເອີ​ຣົບ​ຄວນ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັນ​ດ້ວຍ​ຄວາມ​ປອງດອງ​ກັນ​ແລະ​ເຄົາ​ລົບ​ຄວາມ​ເຫັນ​ທີ່​ຕ່າງ​ກັນ

2020-09-15 16:05:26 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂຣ​ມາ​ໂນ ໂປ​ຣ​ດີ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ​ໄດ້​ເຂົ້າ​ຮ່ວມ “ການ​ສົນ​ທະ​ນາ​ທາງ​ການ​ຄ້າ​ຈີນ-ເອີ​ຣົບ” ທາງ​ວິ​ດີ​ໂອ, ໂດຍ​ຮຽກ​ຮ້ອງ​ໃຫ້​ຈີນ​ແລະ​ເອີ​ຣົບ​ຈົ່ງ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ແຕ່​ລະ​ຝ່າຍ ເພື່ອ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັນ.

ທ່ານ​ໂປ​ຣ​ດີ​ກ່າວ​ວ່າ: ເຖິງວ່າ​ຈີນ​ແລະ​ເອີ​ຣົບ​ມີ​ລະ​ບອບ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ, ແຕ່​​ກໍສາ​ມາດ​ບັນ​ລຸການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັນ​​ດ້ວຍ​ຄວາມ​ປອງດອງ​ກັນ​ແລະ​ເຄົາ​ລົບ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ສອງ​ຝ່າຍ​ຄວນ​ສະ​ແຫວງ​ຫາ​ໂອ​ກາດ​​ການຮ່ວມ​ມືໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ.

ທ່ານ​ໂປ​ຣ​ດີ​ຍັງ​ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ອີ​ຣົບ​ລ້ວນ​ແຕ່​ໄດ້​ຮັບ​ມື​ກັບ​ຜົນ​ກະ​ທົບ​​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປັດ​ຈຸ​ບັນ​ແມ່ນ​ໄລ​ຍະ​ສຳ​ຄັນ​ທີ່​ຈະ​ຕ້ອງດຳ​ເນີນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ. ຈີນ​ແລະ​ເອີ​ຣົບ​ສາ​ມາດ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ ​ເພື່ອບັນ​ລຸ​ເປົ້າ​ໝາຍ​ຮ່ວມ​ໃນ​ການ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.

ຄຳ​ເຫັນ

0