尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕຳ​ໜິ​ຄຳ​ຂີ້ຕົວະ​ຂອງ​ທ່ານ ໂດ​ໂນ ທ​ຣຳ

2020-09-15 17:07:51 cri

ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕຳ​ໜິ​ຄຳ​ຂີ້ຕົວະ​ຂອງ​ທ່ານ ໂດ​ໂນ ທ​ຣຳ_fororder_微信图片_20200915170723


ນັບ​ແຕ່​ໄດ້​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​​ໄດ້​ເຄີຍ​ສະ​ແດງ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ຫຼາຍ​ປະ​ໂຫຍກ​ໃນ​ຄຳ​ປາ​ໄສ​ທີ່​ເຮັດ​ໃຫ້​ຄົນ​​ຮູ້​ສຶກ​ເກີ້​ເຂີນເຊັ່ນ: “ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ມີ 99% ບໍ່​ມີ​ຜົນ​ຮ້າຍ​ແຕ່​ຢ່າງ​ໃດ”, “ມັນ​ພຽງ​ແຕ່​ເປັນ​ໄຂ້​ຫວັດ​ທຳ​ມະ​ດາ​ຊື່ໆ” “ເຊື້ອ​ພະ​ຍາດ​ຈະ​ຕາຍ​​ໄປເອງ​ໃນ​ເວ​ລາ​ອາ​ກາດ​ຮ້ອນ​ຂຶ້ນ​ໃນ​ເດືອນ​ເມ​ສາ” “ອັດ​ຕາ​ການ​ຕາຍ​ຍ້ອນພະ​ຍາດ​ໂຄວິດ-19 ບໍ່​ສູງ​ດອກ” “ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ປະ​ເທດ​ເຮົາ​ແມ່ນ​ໜ້ອຍກວ່າ​ປະ​ເທດ​ອື່ນ​ໝົດ” “ການກວດ​ຫາ​ເຊື້ອ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາບໍ່​ສາ​ມາດ​ດຳ​ເນີນ​ຢ່າງ​ດີ​ແລະ​ທົ່ວ​ເຖິງ​ບໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຂ້ອຍ” ແລະ​ເນື້ອ​ໃນ​ຄຳ​ປາ​ໄສ​ອື່ນໆ.
 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ບອບ ວູດ​ເວີດ ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຂຽນໄວ້​ໃນ​ປື້ມ​ເຫຼັ້ມ​ໃໝ່​​ຂອງ​ຕົນທີ່​ຈະ​ພິມ​ຈຳ​ໜ່າຍ​ວ່າ: ທ່ານ ໂດ​ໂນ ທ​ຣຳ​ ​ຮູ້​ເຖິງ​ຄວາມ​ອັນ​ຕະ​ລາຍ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ຊີ​ວິດ​ຂອງ​ຄົນ​​ມາດົນ​ແລ້ວ​ແຕ່​ພັດ​ໄດ້​ເຊື່ອງ​​ອຳ​ຄວາມ​ຮຸນ​ແຮງຂອງ​ມັນ; ໃນ​ເດືອນ​ກັນ​ຍາ​ນີ້, ທ່ານ ​ໄມ​ເຄິນ ໂຄ​ເອັນ ​ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ ໂດ​ໂນ ທ​ຣຳ, ທ່ານ​ ປີ​ເຕີ ​ສະ​ຕ​ຣາກ ອະ​ດີດນັກ​ສືບ​ຂອງ​ອົງ​ການ​ສືບສວນ​ກາງ​ຂອງ​ສະ​ຫະ​ລັດອາ​ເມ​ຣິ​ກາ​ໄດ້​ພາ​ກັນ​ພິມ​ຈຳ​ໜ່າຍ​ປື້ມ​​ເຫຼັ້ມໃໝ່​ໂດຍ​ໄດ້​ເປີດ​ເຜີຍ​ປະ​ຫວັດ​ດຳ​ຂອງ​ທ່ານ ໂດ​ໂນ ທ​ຣຳ. ກ່ອນ​ໜ້າ​ນີ້, ທ່ານ ຈອນ ໂຣ​ເບີດ ໂບ​ຕັນ​ອະ​ດີດທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ ແລະ ນາງ ​ແມ​ຣີ ທ​ຣຳ ຫຼານ​ສາວ​ຂອງ​ທ່ານ ໂດ​ໂນ ທ​ຣຳ​ຕ່າງ​ກໍ​ໄດ້​ພິມ​ຈຳ​ໜ່າຍ​ປື້ມ​​ເຫຼັ້ມໃໝ່ ​ເຊິ່ງ​ທັງ​ໝົດລ້ວນ​ແຕ່​ໄດ້​ຕຳ​ໜິ​ທ່ານ ໂດ​ໂນ ທ​ຣຳ, ​ເຊິ່ງ​ປື້ມ​ທີ່​ເອົາ​ອອກ​ມາ​ຈຳ​ໜ່າຍ​ກໍຂາຍ​ດິບ​ຂາຍ​ດີ, ປະ​ລິ​ມານ​ການ​ຈຳ​ໜ່າຍ​ຍັງ​ເພີ່ມ​ຂຶ້ນ​ອີກ​ຢູ່.

ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕຳ​ໜິ​ຄຳ​ຂີ້ຕົວະ​ຂອງ​ທ່ານ ໂດ​ໂນ ທ​ຣຳ_fororder_微信图片_20200915170728

ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ໌ ຮອບ​ກິນ​ສ໌ ຂອງ​ອາ​ເມ​ຣິ​​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 18 ໂມງ​ຂອງວັນ​ທີ 14 ກັນ​ຍາ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ເຖິງ 6.545.948 ​ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ຍ້ອນ​ເປັນ​ພະ​ຍາດ​ມີ​ເຖິງ 194.367 ຄົນ. ສະ​ມາ​ຄົມ​ພະ​ແນກ​​ປິ່ນ​ປົວເດັກ​ນ້ອຍ​ແລະ​ສະ​ມາ​ຄົມ​ໂຮງ​ໝໍ​ເດັກ​ນ້ອຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໄດ້​ມີ​ເດັກ​ນ້ອ​ຍ​ເກືອບ 5,5 ແສນ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ໂຮງ​ຮຽນຂອງ​ອາ​ເມ​ຣິ​ກາທັງ​ໝົດ​ມີ​ເຖິງ 88.000 ກໍ​ລະ​ນີ.
 

ໂດຍ​ປະ​ເຊີນ​ກັບ​ເລື່ອງ​ຈິງ​​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ມີ​ຄວາມ​ຜິດ​ພາດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ນັບ​ມື້​ນັບ​ຫຼາຍ​ໄດ້​​ອອກ​ສຽງ​ຄັດ​ຄ້ານ. ຄຳ​ຂີ້​ຕົວະ​ຂອງ​ທ່ານ ໂດ​ໂນ ທ​ຣຳ ຈະ​ບໍ່​ສາ​ມາດ​ແກ້​​ໄຂຄວາມ​ຜິດ​ພາດ​ຂອງ​ຕົນ​ໄດ້​ໃນ​ທີ່​ສຸດ​ແລະ​ຈະ​​ຖືກ​ເລື່ອງ​ຈິງ​ຢືນ​ຢັນ​ຄວາມ​ຜິດ​ພາດ​ຂອງ​ທ່ານ.

ຄຳ​ເຫັນ

0