尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ບຸກ​ຄົນ​ຫຼື​ອິດ​ທິກຳ​ລັງ​ໃດໆ​ທີ່​ຢາກ​ກໍ່​ກວນ​ຄວາມ​ໝັ້ນ​ຄົງ,ການ​ແບ່ງ​ແຍກ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຈີນ

2020-09-15 16:24:30 cri

ຕອນ​ຄ່ຳ​ວັນ​ທີ 14 ກັນ​ຍາ​ນີ້, ​ຢູ່ນ​ະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ຈັດ​ການ​​ສົນ​ທະ​ນາຜ່ານ​ທາງວິ​ດີ​ໂອ​ກັບ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ທ່ານ​ ຊາ​ເລ ມີ​ແຊນ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ​ແລະ​ທ່ານ ​ອູ​ເຊີ​ລາ ວອນ ເດີ ​ໄລ​ເຢີ ປະ​ທານ​ຄະ​ນະ​ກຳ​​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ.
 

ທ່ານ ສີ​ຈິ້ນ​ຜິງ ໄດ້​​ຊີ້​ແຈງ​ຫຼັກ​ໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ເຂດ​ຊິ່ນ​ຈ່ຽງ​ໂດຍ​ໄດ້​ຊີ້​ໃຫ້​ເຫັນ​​ວ່າ:ທາດ​ແທ້​ຂອງ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຮົງ​ກົງ​ແລະ​ເຂດ​ຊິ່ນ​ຈ່ຽງ​ແມ່ນການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ,ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ຂອ​ງ​ຈີນ, ປົກ​ປ້ອງ​ສິດ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ບຸກ​ຄົນ​ຫຼື​​ອິດ​ທິກຳ​ລັງ​ໃດໆ​ທີ່​ຢາກ​ກໍ່​ກວນ​ຄວາມ​ໝັ້ນ​ຄົງ,ການ​ແບ່ງ​ແຍກ​ແລະ​​ສ້າງຄວາມ​ວຸ້ນ​ວາຍ​ຢູ່​ຈີນ, ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ເທດ​​ອື່ນ​ທີ່​ຢາກແຊກ​ແຊງ​ເຂົ້າ​ໃນວຽກ​ງານ​ພາຍ​ໃນ​ຂອງ​ຈີນ.
 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ​ໃນ​ໂລກ​ນີ້​ບໍ່​ມີ​ເສັ້ນ​ທາງ​​ໃດ​ເປັນ​ມາດ​ຕະ​ຖານ​ຂອງການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​, ການ​ຮັບ​ປະ​ກັນ​ດ້ານ​ສິດ​ທິ​ມະ​ນຸດ​ບໍ່​ພຽງ​ແຕ່​ຕ້ອງ​ເຮັດ​ໃຫ້ໄດ້​ດີ​ທີ່​ສຸດ, ຫາກ​ຍັງ​ຕ້ອງ​ເຮັດ​ໃຫ້ໄດ້​ດີກວ່າ​ເກົ່າ. ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີກ່ອ​ນ. ເຊື່ອ​ວ່າ​ຝ່າຍ​ເອີ​ຣົບ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ຕົນ​ໃຫ້​ດີ. ຈີນ​ບໍ່​​ຍອມ​ຮັບ​ຕໍ່​ຜູ້​ອື່ນ​ທີ່​ຕັ້ງ​ໂຕ​ເປັນ​ປະ​ລະ​ມາ​ຈານ​ດ້ານ​ສິດ​ທິ​ມະ​ນຸດ, ທັງຄັດ​ຄ້ານ​ການ​ໃຊ້​ສອງ​ມາດ​ຖານ.

ຄຳ​ເຫັນ

0