刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ຍອມ​ຮັບ​ຕໍ່​ຜູ້​ທີ່​ຕັ້ງ​ໂຕ​ເປັນ​ປະ​ລາ​ມາ​ຈານ​ດ້ານ​ສິດ​ທິ​ມະ​ນຸດ, ຄັດ​ຄ້ານ​ການ​ປະ​ຕິ​ບັດ​ “ສອງ​ມາດ​ຕະ​ຖານ”

2020-09-15 15:54:50 cri

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ຍອມ​ຮັບ​ຕໍ່​ຜູ້​ທີ່​ຕັ້ງ​ໂຕ​ເປັນ​ປະ​ລາ​ມາ​ຈານ​ດ້ານ​ສິດ​ທິ​ມະ​ນຸດ, ຄັດ​ຄ້ານ​ການ​ປະ​ຕິ​ບັດ​ “ສອງ​ມາດ​ຕະ​ຖານ”_fororder_1126493059_16001032137931n

ຕອນ​ຄ່ຳ​ວັນ​ທີ 14 ກັນ​ຍາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ສົນ​ທະ​ນາກັບ​ທ່ານ​ນາງ​ແອນ​ເຈີ​ລາ ເມີ​ແຄ້ວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​​ຂອງສະ​ຫະ​ພາບ​ເອີ​ຣົບ, ທ່ານ​ນາງ​ຊາ​ເລັ​ສ ມີ​ແຊນ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ ແລະ​ທ່ານ​ອູ​​ເຊີ​ລາ ລອນ​ເດີ ໄລ​ເຢີ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ​ຜ່ານ​ທາງວິ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ໂລກ​ນີ້ບໍ່​ມີ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທຸກ​ປະ​ເທດ, ​ເວົ້າ​ສຳ​ລັບການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ແລ້ວ, ບໍ່​ມີ​ອັນ​ທີ່​ເອີ້ນ​ວ່າ​ດີ​ທີ່​ສຸດ, ມີ​ພຽງ​ແຕ່​ເຮັດ​ໃຫ້​ໄດ້​ດີກວ່າ​ເທົ່າ​ນັ້ນ. ​ກ່ອນ​ອື່ນປະ​ເທດ​ຕ່າງໆ​ຄວນ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີສາ​ກ່ອນ. ເຊື່ອວ່າ​ຝ່າຍ​ເອີ​ຣົບ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ຕົນ​ໃຫ້​ດີ. ຝ່າຍ​ຈີນບໍ່​ຍອມ​ຮັບ​ຕໍ່​ຜູ້​ທີ່​ຕັ້ງ​ໂຕ​ເປັນ​ປະ​ລາ​ມາ​ຈານ​ດ້ານ​ສິດ​ທິ​ມະ​ນຸດ, ທັງ​ຄັດ​ຄ້ານ​ການ​ປະ​ຕິ​ບັດ​ “ສອງ​ມາດ​ຕະ​ຖານ”. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ເອີ​ຣົບ​ເພີ່ມ​ທະ​ວີ​ການ​ແລະ​ປ່ຽນຕາມຫຼັກ​ການ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ກ້າວ​ໜ້າ​ຮ່ວມ​ກັນ.

ຄຳ​ເຫັນ

0