尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊາ​ການ ສ​ປ​ຊ ກ່າວ​ວ່າ: ມາດ​ຕະ​ການ​​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ທີ່​ດີ​ກໍ​ຄືສາ​ມາດ​ຫຼຸດ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ໃຫ້​ໜ້ອຍ​ລົງ

2020-09-15 16:25:58 cri

ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 45 ໄດ້​ໄຂ​ຂຶ້ນ​ຢູ່​ພະ​ລາ​ຊະ​ວັງ​ນາ​ນາ​ຊາດທີ່​ເຊີ​ແນວ​ປະ​ເທດ​ສະ​ວິ​ສ. ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 6 ຕຸ​ລາ​ໜ້າ​ນີ້.
 

ທ່ານນາງ ມິ​ແຊນ ບາ​ຊີ​ເລັດ ​ຂ້າ​ຫຼວງ​ໃຫຍ່ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ຢູ່​ເຊີ​ແນວ​ວ່າ: ມາດ​ຕະ​ການ​ດ້ານ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ທີ່​ດີກໍ​ຄື​ສາ​ມາດ​ຫຼຸດ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ໃຫ້​ໜ້ອຍ​ລົງ. ພາຍ​ໃຕ້​ສະ​ພາບ​ທີ່​ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ໃນ​ປັດ​ຈຸ​ບັນ, ການ​ກະ​ທຳ​ທີ່​ສຳ​ເລັດ​ຜົນ​ຂອງ​ບາງ​ປະ​ເທດ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ແຕ່​ລະ​ບົບ​​ປະ​ກັນ​ສັງ​ຄົມ​ທີ່ດີ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາ​ມາດ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ທີ່​ມີ​ຄວາມ​ສະ​ດວກ​ສະ​ບາຍ​ໃນ​ເວ​ລາ​ທີ່​ສຳ​ຄັນ ແລະ​ຮັບ​ປະ​ກັນ​ສິດ​ໂດຍ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໄດ້ດີກວ່າ​ເກົ່າ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ນາງ​​ຍັງ​ກ່າວ​ຕື່ມ​ວ່າ: ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ທີ່​ບໍ່​ມີ​ຄວາມ​ສະ​ເໝີ​ພາບ​ກັນ​ເປັນ​ເວ​ລາ​ດົນ​ມາ​ແລ້ວ, ກຸ່ມ​ຄົນ​ເຊື້ອ​ຊາດ​ແລະ​ຜິວ​ພັນ​ທີ່​ຕ່າງ​ກັນ​ແລະ​ຖານ​ະທາງ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ຕ່າງ​ກັນ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຕ່າງ​ກັນ​ໃນ​ໄລ​ຍະ​ນີ້. ​ສະ​ນັ້ນ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ໃຊ້​ມາດ​ຕະ​ການ​ທີ່​ແທ້​ຈິງ​ເພື່ອ​ສ້າງ​ສັງ​ຄົມ​ທີ່​ມີ​ຄວາມ​ຍຸດ​ຕິ​ທຳ​ຫຼາຍ​ກວ່າ​ເກົ່າ.

ຄຳ​ເຫັນ

0