黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາບ​ພົດ​ທີ່​ດີໂດຍ​ລວມ​ຂອງ​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ

2020-09-16 10:06:18 CRI

“ບົດ​ລາຍ​ງານຜົນ​ການ​ສຳຫຼວດກ່ຽວ​ກັບ​ພາບ​ພົດ​ຂອງຈີນ​​ໃນ​ທົ່ວ​ໂລກ​ປີ 2019” ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ​ແລະ​ໂລກ​ຍຸກ​ປັດຈຸບັນ​ຂອງອົງການ​ພິມຈຳ​ໜ່າຍ​​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ​ເຜີຍ​ແຜ່​​ໃນ​ວັນ​ທີ 15 ກັນຍາ​ຢູ່ນະຄອນຫຼວງປັກ​ກິ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພາບ​ພົດ​ທີ່​ດີ​ໂດຍ​ລວມຂອງ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​​ “ພາບ​ພົດທີ່​ເປັນ​ຜູ້​ປະກອບສ່ວນ​ຕໍ່​ການ​ພັດທະນາ​ຂອງ​ໂລກ” ​ແມ່ນ​ເປັນ​ທີ່​ຍອມຮັບ​ທີ່​ສຸດ.

ບົດ​ລາຍ​ງານ​ດັ່ງກ່າວ​ແມ່ນ​ຮ່ວມ​ກັນ​ເຮັດ​ຂຶ້ນ​ໂດຍສະ​ຖາ​ບັນ​ຄົ້ນຄວ້າ​ຈີນ​ແລະ​ໂລກ​ຍຸກ​ປັດຈຸບັນ ​ແລະ ​ອົງການ​ສຳຫຼວດຊື່ກຸ່ມ​ຄັນ​ຕາ ​ໂດຍ​ໄດ້​ດຳ​ເນີນ​ໄປ​ພ້ອມໆ​ກັນ​ຢູ່ 22 ປະ​ເທດ​ໃນ​ໂລກ ​ແລະ ​ມີຜູ້ຕອບ​ແບບ​ສອບ​ຖາມ​ເຖິງ 11.000 ຄົນ.

ບົດ​ລາຍ​ງານ​ໄດ້​ລະບຸ​ວ່າ: ປີ 2019, ຊາວ​ຕ່າງປະ​ເທດ​ທີ່​ໄດ້​ຕອບ​ແບບ​ສອບ​ຖາມ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພາບ​ພົດ​ທີ່​ດີຂອງ​ຈີນ​ເພີ່ມ​ຂຶ້ນ​ເລື້ອຍໆ ​ໃນ​ນັ້ນ, ຫຼາຍກວ່າ 60% ​ເຫັນ​ວ່າ ພາບ​ພົດ​ຂອງ​ຈີນ​ໃນ​ໄລຍະ 70 ປີຜ່ານມາ​ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ​ໂດຍ​ລວມ ​ໂດຍ​ມີ​ສິ່ງ​ຢັ້ງຢືນ​ຄື​ຜົນສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້ນັບ​ຕັ້ງ​ແຕ່​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ໄດ້​ຮັບ​ການສະຖາປະນາ​ຂຶ້ນມາ​ຕະຫຼອດ​ໄລຍະ 70 ປີຜ່ານມາ.

ຄຳ​ເຫັນ

0