蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ການ​ຟື້ນ​ຄືນ​ໃໝ່​ຂອງ​ເສດ​ຖະ​ກິດ​ໂລກ

2020-09-16 15:44:10 CRI

ຕົວ​ເລກ​ຂໍ້​ມູ​ນ​ທີ່​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເດືອນ​ສິງ​ຫາ​ຜ່ານ​ມາ​ນີ້, ເສດ​ຖະ​ກິດ​ຈີນ​ໄດ້​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ໄພ​ນ້ຳ​ຖ້ວມ, ດັດ​ສະ​ນີ​ຕົ້ນ​ຕໍ​ໄດ້​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ, ການ​ປ່ຽນ​ແປງ​​ໃນ​ທາງບວກ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ເສດ​ຖະ​ກິດ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຟື້ນ​ຄືນ​ໃໝ່ ເຊິ່ງ​​ເປັນ​ຂ່າວ​ດີ​​ສຳ​ລັບ​ການ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ​ໂລກ.

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄວາມ​ບໍ່​ໝັ້ນ​ທ່ຽງ​ແລະ​ຄວາມ​ບໍ່​ແນ່ນອນ​ໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ຈະ​ແຈ້ງ. ບົດ​ລາຍ​ງານ “ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ໂລກ” ທີ່​ທະ​ນາ​ຄານ​ໂລກ​ເຜີຍ​ແຜ່​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້​ຄາດ​ຄະ​ເນ​ວ່າ: ເສດ​ຖະ​ກິດ​ໂລກ​ໃນ​ປີ 2020 ຈະຫຼຸດ​ລົງ 5,2% ເຊິ່ງ​ເປັນ​ການ​​ຕົກ​ຕ່ຳ​ລົງ​​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ຈີນ​ທີ່​ໄດ້​ນຳ​​ໜ້າ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ບັນ​ດາ​ປະ​ເທດ​ໃນ​ໂລກ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທົ່ວ​ໂລກ. ບໍ​ລິ​ສັດ Fitch Ratings ສະ​ຖາ​ບັນ​ຈັດ​ອັນ​ດັບ​ຄວາມ​ເຊື່ອ​ໝັ້ນ​ການ​ລົງ​ທຶນ​ສາ​ກົນ ໄດ້​ປັບການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ຈາກ 1,2% ຂຶ້ນ​ເປັນ 2,7%, ຈີນ​ກໍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ພຽງ​ໜຶ່ງ​ດຽວ​ທີ່​ບໍ​ລິ​ສັດ​ໂມ​ດີ ສະ​ຖາ​ບັນ​ຈັດ​ອັນ​ດັບ​ເຊື່ອມ​ໝັ້ນ​ການ​ລົງ​ທຶນ​ສາ​ກົນ​ອີກ​ແຫ່ງ​ໜຶ່ງ ໄດ້​ປັບ​ຂຶ້ນ​ການ​ຄາດ​ຄະ​ເນ​ຂອງການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ປີ 2020.

ເຖິງວ່າ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ຈີນ​ໃນ​ປັດ​ຈຸ​ບັນ​ຍັງ​ເປັນ​ການ​ເຕີບ​ໂຕ​ແບບ​ຫາ​ກໍ່​ຟື້ນ​ຄືນ​ໃໝ່​, ໃນ​ຂະ​ນະ​ດຽວ​ກັນ, ສະ​ພາບ​ການ​ສາ​ກົນ​ຍັງ​ສັບ​ສົນ​ຂ້ຽວ​ຂາດຫຼາຍ, ​ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່​ວ​ໂລກ ແລະ ການ​ຟື້ນ​ຄືນ​​ໃໝ່ຂອງ​ເສດ​ຖະ​ກິດ​ຈີນ​ຍັງ​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​ອ່າວ​ຫຼາຍ​ກໍ​ຕາມ. ແຕ່​ໃນ​ໄລ​ຍະ​ໜຶ່ງ​ຕໍ່​ໄປ, ຄວາມ​ຕ້ອງ​ການ​​ຈະ​ເພີ່ມ​ຂຶ້ນ, ການ​ລົງ​ທຶນ​​ຈະເພີ່ມ​ຂຶ້ນ, ການ​ບໍ​ລິ​ໂພກ​​ຈະ​ຟື້ນ​ຟູ​​ຄືນ​ເປັນປົກ​ກະ​ຕິ ເຊິ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ເສດ​ຖະ​ກິດ​ຈີນ​ຍ່ອມ​ຈະ​ສາ​ມາດ​ຟື້ນ​ຟູ​ການ​ເຕີບ​ໂຕ​ໄດ້​ຢ່າງ​ໜັກ​ແໜ້ນ ແລະ ຟື້ນ​ຄືນ​​ໄດ້ໂດຍ​ໄວ ພ້ອມ​ທັງ​ຈະ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ການ​ຟື້ນ​ຄືນໃໝ່​ຂອງ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0