黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ລື່ນ​ກາຍ​ອາ​ເມ​ຣິ​ກາ​ເປັນຕະ​ຫຼາດສົ່ງ​ອອກ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ເປັນ​ຄັ້ງ​ທຳ​ອິດ

2020-09-16 10:53:44 cri

ຫວ່າງ​ມໍ່ໆ​ມາ​ນີ້, ເວັບ​ໄຊ “ໜັງ​ສືພິມ ​ແຟ​ຣງ​ເຟີດ​ເຕີ ໄອ​ເກີ​ໄມ​ເນີ ໄຊ​ຕົງ” ຂອງ​ເຢຍ​ລະ​ມັນ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດຫົວ​ຂໍ້ວ່າ: “ຈີນ​ໄດ້​ລື່ນ​ກາຍ​ອາ​ເມ​ຣິ​ກາ​ເປັນ​ຕະ​ຫຼາດ​ສົ່ງ​ອອກ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ເປັນ​ຄັ້ງ​ທຳ​ອິດ”, ບົດ​ຄວາມ​ຍັງ​ລະ​ບຸ​ວ່າ: ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ເຢຍ​ລະ​ມັນ​ສູ່​ຈີນ​​ລາຍ​ໄຕ​ມາດ​​ໄດ້​ລື່ນ​ກາຍ​ການ​ສົ່ງ​ອອກ​ສິນ​ຄ້າຂອງ​ຕົນ​ສູ່​ຕໍ່​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ອື່ນໆ​​ລາຍ​ໄຕ​ມາດ​ເປັນ​ຄັ້ງ​ທຳ​ອິດ, ຍ້ອນ​ວ່າ​ຈີນ​ສາ​ມາດຟື້ນ​ຟູ​ຈາກວິ​ກິດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ໄວ​ກວ່າ​ປະ​ເທດ​ອື່ນ.

ອົງ​ການ​ສະ​ຖິ​ຕິ​​ສະ​ຫະ​ພັນເຢຍ​ລະ​ມັນ​ໃຫ້ຮູ້​ວ່າ: ແຕ່​ເດືອ​ນ​ເມ​ສາຫາ​ເດືອນ​ມິ​ຖຸ​ນາປີ​ນີ້, ຍອດ​ມູນ​ຄ່າ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ເຢຍ​ລະ​ມັນ​ສູ່​ຈີນບັນ​ລຸ​ປະ​ມານ 27 ຕື້​ໂດ​ລາ. ໃນ​ໄລ​ຍະ​ດຽວ​ກັນ, ມູນ​ຄ່າ​ສົ່ງ​ອອກ​ສິນ​ຄ້າ​​ຂອງ​ຕົນ​ສູ່​ອາ​ເມ​ຣິ​ກາ​ບັນ​ລຸ 23.7 ຕື້​ໂດ​ລາ​ສະ​ຫະ​ລັດ, ​ຂະ​ນະ​ທີ່ໃນ​ຊຸມປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ຕະ​ຫຼອດ​ມາ.

ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ເບິ່ງ​ຈາກ​ທ່າ​ອ່ຽງ​ໃນ​ໄລ​ຍະ​ຍາວ​ແລ້ວ, ເສດ​ຖະ​ກິດ​ຈີນ​ອາດ​ຈະ​ເຂັ້ມ​ແຂງ​ກວ່າ​ເກົ່າ​ອີກ, ສະ​ນັ້ນ​ຕະ​ຫຼາດ​ຈີນ​ຈະ​ເປັນ​ຕະ​ຫຼາດ​ທີ່​ສຳ​ຄັນ​ກວ່າ​ໝູ່​ຂອງ​ເຢຍ​ລະ​ມັນ​.

ຄຳ​ເຫັນ

0