尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປັນ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ພຽງ​ໜຶ່ງດຽວ​ໃນ G20 ​ໃນ​ໄຕ​ມາດ​ທີ​ສອງ​ຂອງ​ປີ​ນີ້

2020-09-16 10:51:42 cri

ອົງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 14 ກັນ​ຍາ​ນີ້​ໂດຍ​ລະ​ບຸ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ​ໃນ​ໄຕ​ມາດ​ທີ​ສອງ​ປີ​ນີ້​ໄດ້​​ຕົກ​ຕ່ຳ​ລົງ​ເຊິ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ 1 ຜ່ານ​ມາ, ສ່ວນ​ຈີນ​ເປັນ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​​ພຽງ​ໜຶ່ງ​ດຽວ.
 

ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ສອງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 3,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ແລະເພີ່ມ​ຂຶ້ນ 11,5% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ 1 ຜ່ານ​ມາ. ສ່ວນ 19 ປະ​ເທດ​ທີ່​ເຫຼືອ​ໄດ້​ຕົກ​ຕ່ຳ​ລົງ​ສະ​ເລ່ຍ 11,8% ເມື່ອ​ທຽບ​ໃສ່ໄຕ​ມາດ​ທີ 1 ຜ່ານ​ມາ. ໃນ​ນັ້ນ, ອິນ​ເດຍ​ຕົກ​ຕ່ຳ​ລົງ 25,2%, ເປັນຈັງ​ຫວະ​ຕົກ​ຕ່ຳ​ລົງ​​ຫຼາຍກວ່າ​ໝູ່, ອາ​ເມ​ຣິ​ກາ​ຕົກ​ຕ່ຳ​ລົງ 9,1%, ແລະມີ 8 ປະ​ເທດ​ຕົກ​ຕ່ຳລົງ​ຫຼາຍກວ່າ 10%. ເມື່ອ​ສັງ​ລວມ​ກັບ​ການ​ເຕີບ​ໂຕ​ຂອງ​ຈີນ​ແລ້ວ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ກຸ່ມ 20 ປະ​ເທດ​ໃນ​ໄຕ​ມາດ​ທີ​ສອງ​ປີ​ນີ້​ໄດ້​ຕົກ​ຕ່ຳ​ລົງ 6,9% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ 1 ຜ່ານ​ມາ, ຫຼາຍກວ່າ​ຈັງ​ຫວະ​ການ​ຕົກ​ຕ່ຳ 1,6% ໃນ​ໄລ​ຍະເກີດ​ວິ​ກິດ​ການ​ດ້ານ​ການ​ເງິນ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2009.

ຄຳ​ເຫັນ

0