尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ເອີ​ຣົບ​ເຊັນ​ສັນ​ຍາ​ວ່າ​ດ້ວຍເຄື່ອງ​ໝາຍ​ທາງ​​ພູມ​ສາດ​ຈະ​ໄດ້​ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ

2020-09-16 15:53:29 cri

ວັນ​ທີ 14 ກັນ​ຍາ​ນີ້, ຜູ້​ນຳ​ຈີນ,ເຢຍ​ລະ​ມັນ​ແລະ​ສະ​ຫະ​ພາບ​​ເອີ​ຣົບ​ໄດ້​ ພົບ​ປະ​ຜ່ານ​ທາງວິ​ດີ​ໂອ​ ໂດຍ​ຈີນ​ແລະ​ເອີ​ຣົບ​​ໄດ້​ເຊັນ​ສັນ​​ຍາ​ວ່າ​ດ້ວຍເຄື່ອງ​ໝາຍ​ທາງ​ພູມສາດ​ຈີນ-ເອີ​ຣົບ.
 

ຜູ້​ຮັບ​ຜິດ​ຊອບ​ກົມ​ສົນ​ທິ​ສັນ​ຍາ​ແລະ​ກົດ​ໝາຍກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍເຄື່ອງ​ໝາຍ​ທາງ​​ພູມສາດ​ຈີນ​-ເອີ​ຣົບແມ່ນ​ສັນ​ຍາເຄື່ອງ​ໝາຍ​ທາງ​​ພູມສາດ​ທີ່​ຮອບ​ດ້ານ​ແລະ​ມີ​ລະ​ດັບ​ສູງ​ສະ​ບັບ​ທຳ​ອິດ​ທີ່​ຈີນ​ເຊັນ​ກັບ​ຕ່າງ​ປະ​ເທດ. ​ຂໍ້​ກຳ​ນົດລະ​ດັບ​ສູງ​​ໃນສັນ​ຍາ​ຈະ​ມີ​ຜົນ​ດີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​​ເຊິ່ງ​ຈະໄດ້​ຮັບ​​ການຍອມ​ຮັບ​ຈາກ​ຜູ້​ບໍ​ລິ​ໂພກ​ສະ​ຫະ​ພາບ​ເອີ​ຣົບ, ​ທັງ​ເປັນ​ການຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ສູ່​ເອີ​ຣົບ​ຕື່ມ​ອີກ; ​ໃນຂະ​ນະ​ດຽວ​ກັນກໍ​ຈະ​ເປັນ​ການ​ສະ​ໜອງ​ການ​ຮັບ​ປະ​ກັນ​ທາງ​ດ້ານ​ກົດ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ​ການນຳເອົາ​ຜະ​ລິດ​ຕະ​ພັນ​ປອມ​​ປົນ​ເປ​ກັບຜະ​ລິດ​ຕະ​ພັນ​ແທ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຜູ້​ຮັບ​ຜິດ​ຊອບ​ທ່ານ​ນີ້​​ຍັງກ່​ວາ​ຕື່ມ​ວ່າ: ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ສັນ​ຍາ​​ການ​ຄ້າ​ທີ່​ສຳ​ຄັນ​ສະ​ບັບ​ທຳ​ອິດ​ລະ​ຫວ່າງ​ຈີນ-ເອີ​ຣົບ​ໃນ​ຊຸ​ມ​ປີ​ຜ່ານ​ມາ, ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​​ຜະ​ລິດ​ຕະ​ພັນທີ່​ມີເຄື່ອງ​ໝາຍ​ທາງ​​ພູມສາດ​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ເປີດກວ້າງ​ຂະ​ໜາດ​ການ​ຄ້າ​ລະ​ຫວ່າງ​ຈີນ-ເອີ​ຣົບ, ປັບ​ປຸງ​ພື້ນ​ຖານ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຕາມ​ຂອບການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ເອີ​ຣົບ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0