蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ຄັ້ງ​ທີ 17 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 27 ຫາ 30 ພະ​ຈິກ​​ປີ​ນີ້

2020-09-16 15:44:50 CRI

ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າຈີນ-ອາ​ຊຽນ​​ໄດ້​ແຈ້ງໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ຄັ້ງ​ທີ 17 ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ ​ແຕ່​ວັນ​ທີ 27 ຫາ 30 ພະ​ຈິກ​ປີ​ນີ້.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້ມີ​ຫົວ​ຂໍ້​ວ່າ: “ຮ່ວມ​ກັນ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ”, ​ງານ​ວາງ​ສະ​ແດງ​​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ພ້ອມ​ກັນ​ໃນ​ຮູບ​ແບບອອນ​ລາຍ​ແລະ​ອັອ​ຟ​ລາຍ. ໃນ​ຂະ​ນະ​ດຽວ​ກັນ, ກໍຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​​ທຸ​ລະ​ກິດແລະ​ການ​ລົງ​ທຶນ​ຈີນ-​ອາ​ຊຽນ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ທີ່​ກ່ຽວ​ຂ້ອງ, ກິດ​ຈະ​ກຳ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ທັງທາງ​ອອນ​ລາຍ​ແລະ​ອັອ​ຟ​ລາຍ, ​ເພື່ອເຮັດ​ໃຫ້ “ຊ່ອງ​ທາງ​ໜານ​ໜິງ” ລຸ​ໂລ່ງວ່ອງ​ໄວກວ່າ​ເກົ່າ ເພື່ອບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຊຸກ​ຍູ້​​ການ​ຮ່ວມ​ມື​ມິດ​ຕະ​ພາບ​ຈີ​ນ-ອາ​ຊຽນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ ແລະ ມີ​ປະ​ສິ​ດ​ທິ​​ຜົນກວ່າ​ກົ່າ​ ພາຍ​ໃຕ້​ສະ​ພາບ​ການ​ທີ່​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ລາວ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ໃນ​ຂະ​ນະ​ດຽວ​ກັນ, ປາ​ກິດ​ສະ​ຖານ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດ​ງ​ຄັ້ງ​ນີ້​ໃນ​ຖາ​ນະ​ເປັນ​​ປະ​ເທດຄູ່​ຮ່ວມທີ່​ຖືກ​ຮັບ​ເຊີນ​ພິ​ເສດ.

ຄຳ​ເຫັນ

0