蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດສະ​ໄໝ​ທີ 75 ໄດ້​ໄຂ​ຂຶ້ນ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-09-16 15:45:29 CRI

ວັນ​ທີ 15 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ພິ​ທີ​ປິດສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 74 ແລະ ພິ​ທີ​ເປີດ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 75 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ນິວຢອກ.

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສັບ​ຊ້ອນ​ວາ​ລະ​ປະ​ຊຸມຫຼາຍ​ຢ່າງ ເຊິ່ງ​ລວມ​ທັງ​ກອງ​ປະ​ຊຸມ​ປະ​ຈຳ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 75 ເພື່ອຫຼຸດ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ການ​ອະ​ພີ​ປາຍ​ທົ່ວ​ໄປ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ກໍ​ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ກອງ​ປະ​ຊຸມ​ຜ່ານ​ວິ​ດີ​ໂອ.

ທ່ານ​ໂວນ​ກັນ ໂບ​ສ​ເກີ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 75, ເຈົ້າ​ໜ້າ​ທີ່​ການ​ທູດ​ຕວກ​ກີ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ປິດ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 74 ແລະ ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ຕໍ່​ໜ້າ “​ປຶ້ມກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ” ໂດຍ​ກ່າວ​ວ່າ: ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ການຟື້ນ​ຟູ​ລັດ​ທິຫຼາຍ​ຝ່າຍ, ​ການປົກ​ປ້ອງ​ສິດ​ທິ​ມະ​ນຸດ, ການ​ບັນ​ລຸ​ເປົ້າ​ໝາຍ​ຕາມ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແລະ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ພ້ອມ​ດ້ວຍ​ການ​ສົ່ງ​ເສີມ​ຄວາມ​ສ​ະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ​ແມ່ນ​ວຽກ​ງານ​ຈຸດ​ສຸມ​ຂອງ​ຕົນ​ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ.

ຄຳ​ເຫັນ

0