尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ຕ້ອງເປັນ​ເອ​ກະ​ພາບກັນ​ແລະ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ເສດ​ຖະ​ກິດ​ໂລກ

2020-09-16 15:54:10 cri

ວັນ​ທີ 15 ກັນ​ຍາ​ນີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​​ສະ​ໄໝ​ພິ​ເສດ​ຜ່ານ​ທາງວິ​ດີ​ໂອ​​​ກັບ​ນັກ​ທຸ​ລະ​ກິດ​ໂລກ​ທີ່​ຈັດ​ໂດຍ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ, ທ່ານກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂລກ​ຢ່າງ​ໜັກ​ໜ່ວງ, ການ​ຮັບ​ມື​ກັບ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ​ແລະ​ກ້າວ​ສູ່​​ການ​ຟື້ນ​ຟູ​ຄືນ​ໃໝ່​ໄດ້​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ​ຢ່າງ​ຫຼວງ​ຫຼາຍ, ຍັງ​ຕ້ອງ​ໃຊ້​ເວ​ລາ​ອ່າວ​ຫຼາຍ. ປະ​ຊາ​ຄົມ​ໂລກ​ຕ້ອງ​​ພະ​ຍາ​ຍາມຮ່ວມ​ກັນ​ເພື່ອ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່ເປັນ​ເອ​ກະ​ພາບ​ຢ່າງກວ້າງ​ຂວາງ, ປະ​ສານ​ງານ​​ກັນ​ເພື່ອ​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພະ​ຍາ​ຍາມ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ເສດ​ຖະ​ກິດ​ໂລກໃຫ້​ສາ​ມາດ​ຟື້ນ​ຟູ​​ການ​ເຕີບ​ໂຕ​ຄືນ​ໃໝ່.
 

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ​ເມື່ອເບິ່ງ​ຈາກ​ສະ​ພາບ​ກາ​ນ​ໃນ​ປັດ​ຈຸ​ບັນ​ແລ້ວ, ເສດ​ຖະ​ກິດ​ຈີນ​​ຍັງ​ຈະ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າຂອງ​ການ​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ, ​ນັບ​ແຕ່​ຕົ້ນປີ​ນີ້​ເປັນ​ຕົ້ນ​ມາ, ​ໄດ້​ສ້າງວຽກເຮັດ​ງານ​ທຳ​ເພີ່​ມໃໝ່​ໃຫ້​ປະ​ຊາ​ຊົນ​ທັງຢູ່​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໄດ້​ຫຼາຍກວ່າ 7 ລ້ານ​ຄົນ. ຖ້າ​​ສະ​ພາບການ​ບໍ່​ມີ​​ຫຍັງ​ປ່ຽນ​ແປງ​ທີ່​ໃຫຍ່​ຫຼວງ, ​ຈີນ​ກໍຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​​ຕົ້ນ​ຕໍ​​ດັ່ງ​ທີ່​​ໄດ້ຄາດ​ຄະ​ເນ​ໄວ້ໃນປີ​ນີ້, ເສດ​ຖະ​ກິດ​ໝົດ​ປີນີ້ມີ​ຫວັງ​ຈະ​ບັນລຸ​ການ​ເຕີບ​ໂຕ, ແຕ່​ຍັງ​ຕ້ອງ​ພະ​ຍາ​ຍາມ​ຢ່າ​ງ​ໜັກເພື່ອ​ຜ່ານ​ຜ່າ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ທີ່​ຈະ​ຕ້ອງ​ປະ​ເຊີນ.

ຄຳ​ເຫັນ

0