蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ໃນ​ເດືອນ​ສິງ​ຫາ​ປີ​ນີ້​ໄດ້​ຟື້ນ​ຟູການ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ໄດ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ

2020-09-16 15:46:09 CRI

​ຕົວ​ເລກ​ຂໍ້​ມູນ​ທີ່​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 15 ກັນ​ຍ​າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເດືອນ​ສິງ​ຫາ​ປີ​ນີ້, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 5,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ຈັງ​ຫວະ​ການ​ເຕີບ​ໂຕ​ໄດ້​ເພີ່ມ​ຂຶ້ນ 0,8% ເມື່ອ​ທຽບ​ໃສ່​ເດືອນ​ກໍ​ລະ​ກົດ​ປີ​ນີ້. ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ, ມູນ​ຄ່າ​ເພີ່ມ​ຂອງ​ອຸ​ດ​ສາ​ຫະ​ກຳ​ທີ່​ມີ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 0,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ຈັງ​ຫວະ​ການ​ເຕີບ​ໂຕ​ໄດ້​ພິກ​ຈາກ​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນຈັດ​ຂຶ້ນ​ໃນ​ວັນ​ທີ 15 ກັນ​ຍາ​ນີ້, ​ທ່ານ​ຟູ້​ລິງ​ຮຸຍ ໂຄ​ສົກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ເດືອນ​ສິງ​ຫາ​ປີ​ນີ້, ການ​ຜະ​ລິດ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ, ການ​ປະ​ກອບ​ອາ​ຊີບ ແລະ ລາ​ຄາ​ສິນ​ຄ້າ​ສາ​ມາດ​ຣັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ, ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ແລະ ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ໄດ້​​ເພີ່ມ​ຂຶ້ນກວ່າ​ທີ່​ຄາດ​ຄະ​ເນ​ໄວ້.

ທ່ານ​ຢາວ​ຈິງຢວນ ນັກ​ຄົ້ນ​ຄວ້າ​ພິ​ເສດ​ຂອງ​ຫ້ອງ​ການ​ທີ່​ປຶກ​ສາ​ຄະ​ນະ​ລັດ​ຖະ​ບານ​ຈີນ​ເຫັນ​ວ່າ: ຖ້າ​ເສດ​ຖະ​ກິດ​ຈີນ​ສາ​ມາດ​ສືບ​ຕໍ່​ຮັກ​ສາ​ຈັງ​ຫວະ​ການ​ຟື້ນ​ຟູ​​ໄດ້ຢ່າງ​ໜັກ​ແໜ້ນ​ໃນ​ເດືອນ​ກັນ​ຍາ, ຈັງ​ຫວະ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ 3 ປີ​ນີ້​ຈະ​ໄວ​ກວ່າ​ໄຕ​ມາດ​ທີ 2 ປີ​ນີ້​ຢ່າງ​​ຈະ​ແຈ້ງ.

ຄຳ​ເຫັນ

0