黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະກິດ​ຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ໃຈບໍ່​ປ່ຽນ​ແປງຕໍ່​ການດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​

2020-09-17 11:18:49 CRI

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ​ນີ້, ທ່ານນາງ​ເມິ້ງ​ເຫວີຍ ​ໂຄສົກ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ພາຍຫຼັງ​ໄດ້​ເກີດ​ມີການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ແລ້ວ, ຈີນ​ໄດ້​ສ້າງ​ກົນ​ໄກ​ເໝົາ​​ເຮືອບິນ​ເດີນທາງ​ມາ​ຈີນ​ສຳລັບ​ຄົນ​ຕ່າງປະ​ເທດ​ທີ່​ດຳ​ເນີນ​ໂຄງການ​ລົງທຶນ​ຂະໜາດໃຫຍ່ຢູ່​ຈີນ ​ແລະ ນັບ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ, ຄົນ​ຕ່າງປະ​ເທດຫຼາຍກວ່າ​ໜຶ່ງ​ໝື່ນ​ຄົນ​ໄດ້​ເດີນທາງເຂົ້າ​ອອກ​​ຈີນ​ໂດຍ​ຜ່ານ​ກົນ​ໄກ​ເໝົາ​ເຮືອບິນ.

ນອກ​ນີ້, ທ່ານ​ນາງ​ເມິ້ງ​ເຫວີຍ ຍັງ​ກ່າວ​ຕື່ມ​ວ່າ: ວັນ​ທີ 9 ກັນຍາ​ນີ້, ສະພາການ​ຄ້າ​ອາ​ເມຣິກາ​ປະຈຳ​ຊຽງ​ໄຮ້​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ ​ໂດຍ​ລະບຸ​ວ່າ: ວິ​ສາ​ຫະກິດ​ສ່ວນຫຼາຍ​ແມ່ນ​ເຫັນ​ໄປ​ໃນ​ແງ່​ດີ​​ຢ່າງ​ຕໍ່​ເນື່ອງຕໍ່​ຕະຫຼາດຈີນ, ວິ​ສາ​ຫະກິດ​ທີ່​​ໄດ້​ຕອບ​ແບບ​ສອບ​ຖາມ​ມີ 78,6% ​ໄດ້​ກ່າວ​ວ່າ​ຈະ​ບໍ່​ຍ້າຍ​ກິດຈະການ​ການລົງທຶນຂອງ​ຕົນອອກ​ຈາກ​ຈີນ ​ເຊິ່ງ​ເພີ່ມ​ຂຶ້ນ 5,1% ​ເມື່ອ​ທຽບ​ໃສ່​ປີຜ່ານມາ; ວັນ​ທີ 10 ກັນຍາ​ນີ້, ສະພາ​ການ​ຄ້າ​ສະຫະພາບ​ເອີຣົບປະຈຳ​ຈີນ​ກໍ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​ລະບຸ​ວ່າ: ວິ​ສາ​ຫະກິດ​ຂອງ​ສະຫະພາບ​ເອີຣົບລົງທຶນ​ຢູ່​ຈີນ​ຢ່າງ​ມີ​​ຄວາມ​ໝັ້ນທ່ຽງ​ໂດຍ​ລວມ, ມີ​ວິ​ສາ​ຫະກິດ​ທີ່​ໄດ້​ຕອບ​ແບບ​ສອບ​ຖາມ​ພຽງ 11% ​ເທົ່າ​ນັ້ນ​ທີ່​​ພິຈາລະນາວ່າ​ອາດ​ຈະ​ຍ້າຍ​ກິດຈະການ​ອອກ​ຈາກ​ຈີນ ຫຼື ປ່ຽນ​ແປງ​ແຜນການ​ລົງທຶນ ​ເຊິ່ງ​​ໃກ້​ຄຽງກັບຕົວ​ເລກ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ 10 ປີຜ່ານມາ. ຕົວ​ເລກ​ເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຕື່ມ​ອີກ​ວ່າ, ວິ​ສາ​ຫະກິດ​ຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ບໍ່​ປ່ຽນ​ແປງ​ຕໍ່​ການ​ລົງທຶນ​ແລະ​ດຳ​ເນີນ​ທຸລະ​ກິດຢູ່​ຈີນ​ເປັນ​ໄລຍະ​ຍາວນານ.

ຄຳ​ເຫັນ

0