蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານໂຢ​ຊິ​ຮິ​ເດະ ຊູ​ກາ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ

2020-09-17 15:38:42 CRI

ວັນ​ທີ 16 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ໂຢ​ຊິ​ຮິ​ເດະ ຊູ​ກາ ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍ​ທ່ານ​​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ.

​ເນື້ອ​ໃນ​ຂອງ​ສານ​ຊົມ​ເຊີຍ​ຂຽນວ່າ: ຈີນ​ແລະ​ຍີ່​ປຸ່ນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເປັນ​ປະ​ເທດ​ສຳ​ຄັນ​ໃນ​ອາ​ຊີ​ແລະ​ໃນ​ໂລກ, ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ຍີ່​ປຸ່ນ ທີ່​ໝັ້ນ​ຄົງ​ຍາວ​ນານ ແລະ ຮ່ວມ​ມື​ກັນ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ ​ແມ່ນສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​​ຕົ້ນ​ຕໍ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ, ທັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ ກໍ​ຄື​ຂອງ​ໂລກ. ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕາມຫຼັກ​ການ​ທຸກ​ຢ່າງ​ທີ່​ໄດ້​ລະ​ບຸ​ໄວ້​ໃນ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ​ຈີນ-ຍີ່​ປຸ່ນ ແລະ ​ເນື້ອ​ໃນ​ຈິດ​ໃຈ​ຂອງຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນກ່ຽວ​ກັບ 4 ຫຼັກ​ການ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເສີມ​ສ້າງ​​ສາຍພົວ​ພັນ​ຈີນ-ຍີ່​ປຸ່ນ ທີ່​ແທດ​ເໝາະ​ກັບ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​ຂອງ​ຍຸກ​ໃໝ່​ຢ່າງ​ຕັ້ງ​ໜ້າ ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ມື້​ດຽວ​ກັນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ໂຢ​ຊິ​ຮິ​ເດະ ຊູ​ກາ ໂດຍ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຍີ່​ປຸ່ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເຕີຍ​ໃຫຍ່​ຂະ​ຫຍາຍ​ຕົວກວ່າ​ເກົ່າ.

ຄຳ​ເຫັນ

0