蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັບ​ປະ​ດາ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ອາ​ຊຽນ​ປີ 2020 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກຸ້ຍ​ຢາງ

2020-09-18 15:17:19 CRI

ສັບ​ປະ​ດາ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ອາ​ຊຽນ​ປີ 2020 ​ພາຍ​ໃຕ້ຫົວ​ຂໍ້: “​ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ດີ​ຈີ​ຕອນ ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກຸ້ຍ​ຢາງແຂວງ​ກຸ້ຍ​ໂຈ່ວ​ຈີນ​ໃນ​ວັນ​ທີ 17 ກັນ​ຍາ​ນີ້ ເຊິ່ງ​ມີ​ຈຸດ​ປະ​ສົງ​ລົງ​ເລິກ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ກຸ້ຍ​ຢາງ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ໂດຍ​ອີງ​ໃສ່​ແນວ​ຄວາມ​ຄິດ​​ກ່ຽວ​ກັບວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີຖານ​ຂໍ້​ມູນ​ໃຫຍ່ ເພື່ອ​ສ້າງ​ເວ​ທີ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ “ເສັ້ນ​ທາງ​ສາຍ​ໄໝ​​ດີ​ຈີ​ຕອນ”.

ທ່ານ​ຣາ​ຈາ ນູ​ຊິນ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ​ປະ​ຈຳ​ຈີນ​ກ່າວ​ວ່າ: ຂະ​ແໜງ​ການ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໜ່ວງ, ເດືອນ​ມີ​ນາ​ປີ 2020, ອັດ​ຕາ​​ເຂົ້າ​ພັກ​ຢູ່ໂຮງ​ແຮມ​ມາ​ເລ​ເຊຍ​ມີ​ພຽງ 6%. ປັດ​ຈຸ​ບັນ, ຄຽງ​ຄູ່​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ເຂົ້າ​ສູ່​ສະ​ພາບ​ການ​ປົກ​ກະ​ຕິ, ຫວັງ​ວ່າ, ຈີນ​ແລະ​ມາ​ເລ​ເຊຍ​ຈະ​ມີ​ໂອ​ກາດ​ຮ່ວມ​ມືຫຼາຍກວ່າ​ເກົ່າ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ.

ສັບ​ປະ​ດາ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຄັ້ງ​ນີ້​ໄດ້​ສ້າງ “​ເວ​ທີ​ດີ​ຈີ​ຕອນ​ກ່ຽວ​ກັບການ​ຮ່ວມ​ມື​ຊັບ​ພະ​ຍາ​ກອນ​ອາ​ຊຽນ-ຈີນ” ເຊິ່ງ​​ເປັນ​ການ​ປະ​ດິດ​ສ້າງ​ໃໝ່​​ກ່ຽວ​ກັບງານ​ວາງ​ສະ​ແດງ​ທາງ​ອິນ​ເຕີ​ເນັດ ແລະ ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ 560 ກວ່າ​ແຫ່ງ​ຈາກ 39 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​​ທາງ​ອອນ​ລາຍ​ ແລະ ອັອ​ຟ​ລາຍ.

ຄຳ​ເຫັນ

0