何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດລົດໄຟລາວ-ຈີນເປີດການຝຶກອົບຮົມວິຊາສະເພາະໃຫ້ສໍາມະນາກອນຊຸດທີ 2 ແລະ3

2020-09-22 14:53:59 CRI

ໃນວັນທີ 21 ກັນຍາ 2020 ນີ້, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ຈັດພິທີເປີດຝຶກອົບຮົມວິຊາສະເພາະໃຫ້ສໍາມະນາກອນຊຸດທີ2ແລະ3,ເລີ່ມຕົ້ນດ້ວຍການສອນພາສາຈີນພື້ນຖານໃຫ້ສຳມະນາກອນເພື່ອຈະສືບຕໍ່ຝຶກອົບຮົມພາກທິດສະດີແລະພາກປະຕິບັດໃນວຽກງານເຕັກນິກລົດໄຟໃນຕໍ່ຫນ້າ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຊ່ຽວ ຊຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ, ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາ ໄລແຫ່ງຊາດ, ທ່ານນາງ ນຸ້ຍ ສັງວິບຸດ ຕາງໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງໂຍທາທິການ ແລະຂົນສົ່ງ,ຜູ້ຕາງໜ້າສະຖາບັນຂົງຈືແລະສໍາມະນາກອນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດລົດໄຟລາວ-ຈີນເປີດການຝຶກອົບຮົມວິຊາສະເພາະໃຫ້ສໍາມະນາກອນຊຸດທີ 2 ແລະ3_fororder_tl1

ຈຸດປະສົງໃນການຈັດຝຶກອົບຮົມຄັ້ງນີ້ເພື່ອເປັນການຄັດເລືອກເອົາບຸກຄະລາກອນເຂົ້າຮ່ວມການຝຶກອົບຮົມວຽກງານທາງລົດໄຟໃນຈໍານວນ 600 ກວ່າຄົນ ແລະຖືວ່ານີ້ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນໃນການສ້າງບຸກຄະລາກອນທີ່ເປັນສາຂາອາຊີບໃໝ່ຂອງລາວທັງຍັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວໂດຍສະເພາະຂົງເຂດທີ່ມີທາງລົດໄຟຜ່ານ. ສໍາລັບສໍາມະນາກອນຊຸດທີ 1 ຜ່ານ ມາໄດ້ຄັດເລືອກເອົາແລ້ວຈໍານວນ200ກວ່າຄົນແລະໄດ້ດຳເນີນການຝຶກອົບຮົມພາສາຈີນ ໂດຍລົງເລິກຮຽນກ່ຽວກັບຄຳສັບເຕັກນິກທາງລົດໄຟ ແມ່ນໄດ້ສໍາເລັດໄປແລ້ວ. ສ່ວນສຳມະນາກອນ ຊຸດທີ 2 ແລະ3 ນີ້ແມ່ນໄດ້ ຄັດເລືອກມາຈາກຜູ້ສະໝັກ ທັງໝົດ 1,500 ຄົນ, ຄັດເລືອກໄດ້ 367 ຄົນ ເຊິ່ງຈະເຂົ້າຝຶກອົບຮົມພາສາ ແລະວິຊາສະພາະ ໃນວັນທີ 21 ກັນຍາ ນີ້. ສຳລັບຕຳແໜ່ງງານຂອງການຝຶກອົບຮົມໃນຊຸດທີ 2​ ແລະ 3 ນີ້ ລວມມີ: ວຽກງານບຳລຸງຮັກສາ, ການຂົນສົ່ງສິນຄ້າ, ຜູ້ປະຈຳການສະຖານີ, ການຈັດ ສັນຂະບວນລົດ, ການຂົນສົ່ງຜູ້ໂດຍສານ ແລະຜູ້ບໍລິການເທິງລົດໄຟ.

ບໍລິສັດລົດໄຟລາວ-ຈີນເປີດການຝຶກອົບຮົມວິຊາສະເພາະໃຫ້ສໍາມະນາກອນຊຸດທີ 2 ແລະ3_fororder_tl2

ນອກຈາກນີ້, ໃນພິທີຍັງໄດ້ມີການມອບໃບຢັ້ງຢືນຜ່ານການຝຶກອົບຮົມ ພາສາຈີນ ໃຫ້ກັບສຳມະນາກອນຊຸດທີ 1 ທີ່ໄດ້ສຳເລັດໄປແລ້ວໃນວັນທີ 5 ກັນຍາ ທີ່ຜ່ານມາ ຈໍານວນ 173 ຄົນ, ສຳມະນາກອນຈໍານວນນີ້ ຍັງຈະໄດ້ສືບຕໍ່ຝຶກອົບຮົມ ພາກທິດສະດີ ແລະວິຊາສະເພາະລົດໄຟຕໍ່ໄປ, ຫຼັງຈາກ ຮຽນພາກທິດສະດີສໍາ ເລັດແລ້ວ ຍັງຈະໄດ້ສືບຕໍ່ຮຽນພາກປະຕິບັດຕົວຈິງ ຢູ່ກົມລົດໄຟຄຸນໝິງ ສປ ຈີນ ຈົນຮອດທ້າຍເດືອນກັນຍາ 2021 ແລະພາຍຫຼັງກັບມາລາວແລ້ວ ຍັງຈະໄດ້ ສືບຕໍ່ຝຶກອົບຮົມພາກປະຕິບັດຕົວຈິງຢູ່ພາກສະໜາມ ຂອງໂຄງການລົດໄຟ ລາວ-ຈີນ ໃນລະຫວ່າງວັນທີ 1 ຕຸລາ ຫາ 30 ພະຈິກ ປີ 2021.

 

ຄຳ​ເຫັນ

0