何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ປາ​ໄສຂອງ​ທ່ານ​ສີ​ຈິ້ນ​ຜິງຕໍ່ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​​ວັນ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ

2020-09-22 17:02:38 CRI

ບົດ​ປາ​ໄສຕໍ່ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​​ວັນ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ

ໂດຍ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ

(ວັນ​ທີ 21 ກັນ​ຍາ ປີ 2020, ທີ່​ນະ​ຄອນຫຼວງ​ປັກ​ກິ່ງ)

ບົດ​ປາ​ໄສຂອງ​ທ່ານ​ສີ​ຈິ້ນ​ຜິງຕໍ່ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​​ວັນ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ_fororder_1126522721_16007051841161n

 

ຮຽນ ທ່ານ​ປະ​ທານ,

ບັນ​ດາ​ເພື່ອນ​ມິດ​ທີ່​ຮັກ​ແພງ:

ເມື່ອ 75 ປີ​ກ່ອນ, ປະ​ຊາ​ຊົນ​ທົ່ວ​ໂລກ​ໄດ້​ຕໍ່​ສູ້​ຢ່າງ​ເສຍ​ສະຫຼະ​ເລືອດ​ເນື້ອ, ຈຶ່ງ​ໄດ້​ຮັບ​ໄຊ​ຊ​ະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ສົງ​ຄາມ​ຕ້ານ​ຟາດ​ຊິດ​ໂລກ. ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ​ຄວາມ​ເປັນ​ທຳ ແລະ ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ.

ໃນ​ເຄິ່ງ​ສະ​ຕະ​ວັດ​​ທຳ​ອິດ​ແລ້ວ​ນີ້, ມວນ​ມະ​ນຸດ​ໄດ້​ປະ​ສົບ​​ພົບ​ພໍ້​ກັບສົງ​ຄາມ​ໂລກ 2 ຄັ້ງ​​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ຕາມ​ທ່າ​ອຽງ​ລວມ​ຂອງ​ຍຸກ​ສະ​ໄໝ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ຜ່າຟ້າ​ຝົນ​ລົມ​ແດງ, ​​ຜ່ານຜ່າ​ຂະ​ບວນ​ການ​ທີ່​ບໍ່​ທຳ​ມະ​ດາ​ເປັນ​​ໄລ​ຍະເວ​ລາ 75 ປີ. ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກໄດ້​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່.

75 ປີ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ, ແມ່ນ 75 ປີ​ທີ່​ສັງ​ຄົມ​ມະ​ນຸດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ພວກ​ເຮົາ​ໄດ້​ຜ່ານ​ໄລ​ຍະ​ການ​ພັ​ດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ, ​ພວກ​ເຮົາ​ພວມ​ເຂົ້າ​ສູ່​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການ​ປະ​ຕິ​ຮູບ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ທີ່​ມີ​ຂອບ​ເຂດກວ້າງ​ຂວາງ​ກວ່າ​ເກົ່າ ແລະ ເລິກ​ເຊິ່ງກວ່າ​ເກົ່າ, ກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ​ໃນ​ທົ່ວ​ໂລກ​ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ພັດ​ທະ​ນາ​ຢ່າງຫຼວງຫຼາຍ, ຄວາມ​ສາ​ມາດ​ຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ ແລະ ດັດ​ສ້າງ​ໂລກ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

75 ປີ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ,ແມ່ນ 75 ປີ ທີ່​ສະ​ຖາ​ນະ​ການ​ສາ​ກົນ​ເກີດ​​ມີການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ປະ​ເທດ​ພວມ​ພັດ​ທະ​ນາ​ຈຳ​ນວນຫຼາຍ​ໄດ້​ຮັບ​ການ​ປົດ​ປ່ອຍ​ ແລະ ​ໄດ້​ຮັບເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ກອນ 1 ຕື້ກວ່າ​ຄົນ​ໄດ້ຫຼຸ​ດ​ພົ້​ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ຫຼາຍ​ຕື້​ຄົນ​ໄດ້​ກ້າວ​ເຂົ້າ​ສູ່​ຂະ​ບວນ​ການ​ຫັນ​ເປັນ​ ​ທັນ​ສະ​ໄໝ, ໄດ້​ເພີ່ມ​ກຳ​ລັງແຮງ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຢ່າງຫຼວງຫຼາຍ, ​ສາ​ມາດ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ສາ​ກົນ​​ໄດ້ຢ່າງ​ເລິກ​ເຊິ່ງ.

75 ປີ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ, ແມ່ນ 75 ປີ​ທີ່​ລັດ​ທິຫຼາຍ​ຝ່າຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ. ​ ໂລກ​ມີ​ບັນ​ຫາຫຼາຍ ແລະ ມີ​ຄວາມໜັກ​ໜ່ວງຫຼາຍ, ສິ່ງ​ທ້າ​ທາຍ​ລັກ​ສະ​ນະ​ທົ່ວ​ໂລກ​ນັບ​ມື້​ເພີ່ມ​ຂຶ້ນ, ​ສະ​ນັ້ນຄວນ​ແກ້​ໄຂ ແລະ ສາ​ມາດ​ແກ້​ໄຂ​ໄດ້​ພຽງ​ແຕ່​ຜ່ານ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ກັນເທົ່າ​ນັ້ນ. ບັນ​ດາ​ປະ​ເທດ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ວຽກ​ງານ​ສາ​ກົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຮ່ວມກັນ​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ.

ຫຼັງ​ຈາກ​ຟ້າ​ຝົນ​ລົມ​ແດງ​ສິ້ນ​ສຸດ​ລົງ​ມັກ​ຈະ​ໄດ້​ເຫັນ​ສາຍ​ຮຸ້ງ​ທີ່​ສວຍ​ງາມ. ເມື່ອ​ຜ່ານ​ການ​ທົດ​ສອບ​ຊ້ຳ​ແລ້ວ​ຊ້ຳ​ອີກ, ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ, ແລ​ະ​​ເປັນ​ທີ່​ເພິ່ງ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ 7 ຕື້ກວ່າ​ຄົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ເປັນ​ສິ່ງ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ປ​ະ​ທານ!

ໂລກ​ປະ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ເປັນ​ສິ່ງ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ອີກ​ຄັ້ງ​ໜຶ່ງ​ໃຫ້​ກັບ​ໂລກ. ​ມວນ​ມະ​ນຸດ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ບັນ​ດາ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ ແລະ ຊາ​ຕາ​ກຳ​ທີ່​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ. ໄພ​ຂົ່ມ​ຂູ່ ແລະ ສິ່ງ​ທ້າ​ທາ​ຍ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຕ້ອງ​ການ​ໃຫ້​​ພວກ​ເຮົາ​ຮັບ​ມື​​ໃນລັກ​ສະ​ນະ​ທົ່ວ​ໂລກ​ທີ່​ເຂັ້ມ​ແຂງ.

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ໃໝ່ ແລະ ສິ່ງ​ທ້າ​ທາຍ​ອັນ​ໃໝ່, ພວກ​ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ຢ່າງເອົາ​ການ​ເອົາ​ງານ​ວ່າ: ໂລກ​ຕ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແບບ​ໃດ? ໃນ​ຍຸກ​ສະ​ໄໝຫຼັງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແນວ​ໃດ? ຂ້າ​ພະ​ເຈົ້າ​ຂໍ​​ມີ​ຂໍ້​ສະ​ເໜີ​ຈຳ​ນວນ​ໜຶ່ງ​ດັ່ງ​ນີ້:

ໜຶ່ງ, ເຊີດ​ຊູ​ຄວາມ​ເປັນ​ທຳ. ປະ​ເທດ​ໃຫຍ່ ແລະ ປະ​ເທດ​ນ້ອຍຄວນ​ໃຫ້​ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ​ມີ​ຄວາມ​ສະ​ເໝີ​ພາບ​ກັນ​ເປັນ​ຄວາມ​ຮຽກ​ຮ້ອງ​ທີ່​ມີ​ລັກ​ສະ​ນະກ້າວ​ໜ້າ​ຂອງ​ຍຸກ​ສະ​ໄໝ, ​ທັງ​ແມ່ນຫຼັກ​ການ​ອັນ​ດັບ​ໜຶ່ງ​​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ. ບໍ່​ວ່າ​ປະ​ເທດ​ໃດ​ກໍ​ບໍ່​ມີ​ສິດ​ທີ່​ຄຸ້ມ​ຄອງວຽກ​ງານ​ສາ​ກົນ​ທັງ​ໝົດ ຕັດ​ສິນ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ອື່ນ ແລະ ຜູກ​ຂາດ​ທ່າ​ແຮງ​ດ້ານ​ການ​ພັດ​ທະ​ນາ, ຍິ່ງ​ບໍ່​ຄວນ​​ມີ​ການປະ​ພຶດ​ຕາມ​ລຳ​ພັງ​ໃຈ, ສະ​ແຫວງ​ຫາ​ການ​ເປັນ​ເຈົ້າ​ອຳ​ນາດ ກົດ​ຂີ່ ແລະ ຂົ່ມ​ເຫັງ​ປະ​ເທດ​ອື່ນ. ລັດ​ທິ​ຝ່າຍ​ດຽວ​ຈະ​ບໍ່​ມີ​ທາງ​ອອກ, ຕ້ອງ​ຍຶດ​ໝັ້ນ​​ການປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ສາຮ່ວມ​ກັນ​ ແລະ ​ຊົມ​ໃຊ້ຮ່ວມ​ກັນ, ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ກັນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທົ່ວ​ໄປ, ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​​ຂອງການ​ພັດ​ທະ​ນາ, ແລະ​ຮ່ວມ​ກັນ​ກຳ​ຊາ​ຕາ​ກຳ​ຂອງ​ໂລກ. ຕ້ອງ​ຍົກ​ສູງ​ລັກ​ສະ​ນະ​ຕົວ​ແທນ ແລະ ສິດ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເຮັດ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ່ອງ​ແສງ​ເຖິງ​ຜົນ​ປະ​ໂຫຍດ ແລະ ຄວາມ​ປາ​ຖະ​ໜາ​ຂອງ​ປະ​ເທດ​ສ່ວນຫຼາຍ​ຢ່າງ​ດຸນ​ດ່ຽງ​ກວ່າ​ເກົ່າ.

ສອງ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ. ຈຸດ​ປະ​ສົງ ແລະ ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ມາດ​ຕະ​ຖານ​ພື້ນ​ຖານ​ໃນ​ການ​ແກ້​ໄຂການ​ພົວ​ພັນ​ສາ​ກົນ, ​ທັງ​ແມ່ນ​ພື້ນ​ຖານ​ອັນ​ສຳ​ຄັນ​ໃນ​ການ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ, ​ສະ​ນັ້ນຕ້ອງ​ຮັກ​ສາ​ຢ່າງ​​ໜຽວ​ແໜ້ນ ແລະ ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ. ການ​ພົວ​ພັນ ແລະ ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ຕ້ອງ​ປະ​ສານ​ງານ​ດ້ວຍ​ລະ​ບອບ ແລະ ລະ​ບຽບ​ການ, ບໍ່​ຄວນ​ເຮັດ​ແບບ​ຜູ້​ໃດ​ມີ​ກຳ​ປັ້ນ​ໃຫຍ່ກວ່າ ກໍ​ຟັງ​ຄວາມ​ຜູ້​ນັ້ນ. ປະ​ເທດ​ໃຫຍ່​ຍິ່ງ​ຕ້ອງ​ນຳ​ໜ້າ​ເປັນ​ຜູ້​ລິ​ເລີ່ມ ແລະ ຜູ້​ຮັກ​ສາ​ລະ​ບຽບ​ການ​ຄຸ້ມ​ຄອງ​ຕາມ​ກົດ​ໝາຍສາ​ກົນ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ຫຼີກ​ລ່ຽງ​ການ​ກະ​ທຳ​ທີ່​ມີກໍ​ລະ​ນີ​ພິ​ເສດ, ບໍ່​ປະ​ຕິ​ບັດສອງ​ມາດ​ຕະ​ຖານ, ​ແລະ​ບໍ່​ຄວນ​ບິດ​ເບືອນ​ກົດ​ໝາຍ​ສາ​ກົນ, ໃຊ້​ຂໍ້​ອ້າງ​ທີ່​ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​​ເພື່ອທຳ​ລາຍ​ສິດ​ຜົນ​ປະ​ໂຫຍດ​​ທີ່​​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ອື່ນ ແລະ ທຳ​ລາຍ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ສາ​ກົນ.

ສາມ, ຊຸກ​ຍູ້​ການ​ຮ່ວມ​ມື. ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ແມ່ນ​​ຈຸດ​ປະ​ສົງ​ຕັ້ງ​ແຕ່​ຫົວ​ທີ​ໃນ​ເວ​ລາ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ທັງແມ່ນ​ຈຸດ​ປະ​ສົງ​ສຳ​ຄັນ​​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ. ການ​ອາ​ໄສ​ແນວ​ຄິດ​ສົງ​ຄາມ​ເຢັນ ແບ່ງ​ພັກ​​ແບ່ງຝ່າຍ​ດ້ວຍ​ຮູບ​ຖານ​ຈິດ​ສຳ​ນຶກ, ຫຼິ້ນ​ເກມ​ຜົນ​ລວມ​ເປັນ​ສູນ, ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຂອງ​ປະ​ເທດ​ຕົນ​ໄດ້, ຍິ່ງ​ບໍ່​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ຂອງມວນ​ມະ​ນຸ​ດ. ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ​ກໍ​ຄື: ໃຊ້​ການ​ສົນ​ທະ​ນາ​ແທນ​ການ​ປະ​ທະ​ກັນ, ໃຊ້​ການ​ປຶກ​ສາ​ຫາ​ລື​ກັນ​ແທນ​ການ​ກົດ​ຂີ່​ຂົ່ມ​ເຫັງ, ໃຊ້​ການ​ຮ່ວ​ມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແທນ​ເກມ​ຜົນ​ລວມ​ເປັນ​ສູນ, ເຊື່ອມ​ໂຍງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ, ພະ​ຍາ​ຍາມ​ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ, ສ້າງ​​ວົງ​ຄະ​ນາ​ຍາດ​ສາ​ກົນ​ທີ່​ກົມ​ກຽວ ແລະ ຮ່ວມ​ມື​ກັນ.

ສີ່, ສຸມ​ໃສ່​ການ​ເຄື່ອນ​ໄຫວ. ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ,ບໍ່​ຄວນ​ເວົ້າ​ແຕ່​ປາກ​ເປົ່​າ​ລ້າໆ, ຕ້ອງ​ລົງ​ມື​ປະ​ຕິ​ບັດ​ຕົວ​ຈິງ, ບໍ່​ຄວນ​ວາງ​ແຕ່​ໃບ​ສັ່ງ​ຢາ​ເທົ່າ​ນັ້ນ ແຕ່​ບໍ່​ມີ​ປະ​ສິດ​ທິ​ຜົນຕົວ​ຈິງ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ຖື​​ເອົາການ​ແກ້​ໄຂ​ບັນ​ຫາ​ເປັນ​ຈຸດ​ເລີ່ມ​ຕົ້ນ, ຖື​ເອົາ​ໝາກ​ຜົນ​ທີ່​​ໄດ້​ເປັນ​ທິດ​ຊີ້​ນຳ, ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ ການ​ພັດ​ທະ​ນາ ແລະ ສິດ​ທິ​ມະ​ນຸດ​ຢ່າງ​ດຸນ​ດ່ຽງ​ກັນ, ໂດຍ​ສ​ະ​ເພາະ​ຕ້ອງ​ຖືເອົາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດ​ປີ 2030​ຂອງ​ສະ​ຫະ​ປະ​ຊາ​ຊາດ”​ເປັນ​ກາ​ລະ​ໂອ​ກາດ, ຖື​​ເອົາການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ຕໍ່​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່ ເຊັ່ນ: ສາ​ທາ​ລະ​ນະ​ສຸກ ແລະ​ອື່ນໆ​ ​ເປັນ​ທິດ​ທາງ​​ບູ​ລິ​ມະ​ສິດ​ໃນ​ວຽກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຖື​ເອົາ​ບັນ​ຫາ​ການ​ພັດ​ທະ​ນາ​ໄວ້​ໃນ​ຖາ​ນະ​ພົ້ນ​ເດັ່ນ​ໃນ​ໂຄງ​ປະ​ກອບ​ມະ​ຫາ​ພາກ​ຂອງ​ທົ່ວ​ໂລກ, ໃຫ້​ຄວາມ​ສຳ​ຄັນຫຼາຍກວ່າ​ເກົ່າ​ແກ່​ການ​ຊຸກ​ຍູ້ ແລະ ຮັກ​ສາ​ສິດ​ຢູ່​ລອດ ແລະ ສິດ​ພັດ​ທະ​ນາ.

ຈີນ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ລົງ​ນາມ​ໃນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເປັນ​ປະ​ເທດ​ລິ​ເລີ່ມ​ກໍ່​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ແລະກໍ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ພຽງ​​ໜຶ່ງ​ດຽວ​ທີ່​ເປັນ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ພວກ​ເຮົາ​ຈະ​ເປັນ​ຜູ້​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ ແລະ​ການ​ສ້າງ​ສາ​ລະ​ບົບ​ບໍ​ລິ​ຫານ​ທົ່ວ​ໂລກ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ບົດ​ບາດ​ແກນ​ກາງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວຽກ​ງານ​ສາ​ກົນ.

ທ່ານ​ປະ​ທານ!

ໂລກ​ພວມ​ຢູ່​ໃນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​​ຂອງ​ປະ​ຫວັດ​ສາດ. ພວກ​ເຮົາ​ຈົ່ງ​​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ອັນ​ເດັດ​ດ່ຽວ​​ໜຽວ​ແໜ້ນ​ທີ່​ໃຫ້​ໄວ້​ກັບ​ລັດ​ທິຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ບັນ​ລຸ​​ເປົ້າ​ໝາຍ​ການ​ສ້າງຄວາມ​ສາ​ມັກ​ຄີ ແລະ ຄວາມ​ກ້າວ​ໜ້າ​ຍິ່ງ​ໃຫຍ່ກວ່າ​ເກົ່າ​ຢູ່​ພາຍ​ໃຕ້​ຄັນ​ທຸງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​.

​ຂໍຂອບ​ໃຈ.

 

ຄຳ​ເຫັນ

0