何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຄະ​ນະ​ຜູ້​ແທນສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂ​ວງກວາງ​ຕຸ້ງ​ຈີນ

2020-09-22 17:32:11 CRI

ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ​ອຳ​ພັນ ໄຊ​ຍາ​ສຸ​ບັດ ຮອງ​ເລ​ຂາ​ທິ​ການ ສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂວງກວາງ​ຕຸ້ງ.

 

​ຄະ​ນະ​ຜູ້​ແທນສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂ​ວງກວາງ​ຕຸ້ງ​ຈີນ_fororder_微信图片_20200922173238

 

ຄະ​ນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມ​ຢາມ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງກວາງ​ຕຸ້ງ ແລະ​ໄດ້ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ອາ​ຊະ​ຍະ​ກຳ​ສໍ້​ໂກງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ, ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງກວາງ​ຕຸ້ງ​ໄດ້​ແນະ​ນຳ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ສູນ​ຄົ້ນ​ຄວ້າ​ອາ​ຊະ​ຍະ​ກຳ​ແບບ​ໃໝ່​ຂອງ​ແຂວງກວາງ​ຕຸ້ງ, ແລະ​ໄດ້​ມີ​ຂໍ້​ສະ​ເໜີ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ກັບ ສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​​, ທັງ​ຫວັງ​ຢາກ​​ໃຫ້ຖື​ເອົາ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ເປັນ​ໂອ​ກາດ ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ ຮ່ວມ​ມື​ກັນ​ຕ້ານ​ກັບ​ອາ​ຊະ​ຍະ​ກຳ​ສໍ້​ໂກງ​​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດຂ້າມ​ຊາດ.

 

​ຄະ​ນະ​ຜູ້​ແທນສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂ​ວງກວາງ​ຕຸ້ງ​ຈີນ_fororder_微信图片_20200922173247

 

ທ່ານ​ອຳ​ພັນ ໄຊ​ຍາ​ສຸ​ບັດ​ໄດ້​ແນະ​ນຳ​ໂຄງ​ປະ​ກອບ ແລະ ສະ​ພາບ​ການ​ດຳ​ເນີນ​ວຽກ​ງານ​ຂອງ ສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​​. ທ່ານ​ກ່າວ​ວ່າ, ​ໜ່ວຍ​ງານ​ຕົນ​​ມີ​ໜ້າ​ທີ່​ທີ່​ໃຫ້​ການ​ບໍ​ລິ​ການ​ແກ່​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ, ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ທີ່​ມີ​ຕໍ່​ຄວາມ​ໝັ້ນ​ຄົງ​ ຄວາມ​ສ່ຽງ​ແລະ ສິ່ງ​ທ້າ​ທາຍໃນ​ພາກ​ພື້ນ. ສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດກວາງ​ຕຸ້ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ສະ​ຫງົ​ບ​ໃຫ້​ແກ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ.

 

​ຄະ​ນະ​ຜູ້​ແທນສູນການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂ​ວງກວາງ​ຕຸ້ງ​ຈີນ_fororder_微信图片_20200922173252

ຄຳ​ເຫັນ

0