何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 7 ຕື້ກວ່າ​ຄົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ

2020-09-22 14:51:24 CRI

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 7 ຕື້ກວ່າ​ຄົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ_fororder_1126522721_16007051841161n

ວັນ​ທີ 21 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​​ວັນ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນິວຢອກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຜ່ານ​ທາງວີ​ດີ​ໂອ, ໂດຍ​ຊີ້​ອອກວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ຊີ​ວິດ​ຊີ​ວາ, ແລ​ະ​ເປັນຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 7 ຕື້ກວ່າ​ຄົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ເປັນ​ສິ່ງ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ຂະ​ບວນ​ການ​​ການ​ເຄື່ອນ​ໄຫວທີ່​ບໍ່​ທຳ​ມະ​ດາ​​ຕະຫຼອດ​ໄລ​ຍະ 75 ປີ​ຜ່ານ​ມາ. ໂລກ​ປະ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ເປັນ​ສິ່ງ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ອີກ​ຄັ້ງ​ໜຶ່ງ​ຕໍ່​ກັບ​ໂລກ. ບັນ​ດາ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ ແລະ ຊາ​ຕາ​ກຳ​ທີ່​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ. ໄພ​ຂົ່ມ​ຂູ່ ແລະ ສິ່ງ​ທ້າ​ທາ​ຍ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຕ້ອງ​ການ​ໃຫ້​​ພວກ​ເຮົາ​ຮັບ​ມື​​ໃນລັກ​ສະ​ນະ​ທົ່ວ​ໂລກ​ທີ່​ເຂັ້ມ​ແຂງ.

ຄຳ​ເຫັນ

0