吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ່ງ​ທີ່​ສຳຄັນ​ໃນ​ການ​ຟື້ນ​ຟູ​​ເສດຖະກິດ​ໂລກ​ແມ່ນ​ຕ້ອງ​ແກ້​ໄຂ​ອຸປະສັກ​ທີ່​ມີ​ຢູ່​ກ່ອນ​ການ​ແຜ່​ລະບາດ​ພະຍາດ​ໂຄ​ວິດ-19

2020-09-23 17:08:24 cri

ວັນ​ທີ 22 ກັນຍາ​ນີ້, ກອງ​ປະຊຸມ​ການ​ຄ້າ ​ແລະ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ບົດ​ລາຍ​ງານສະບັບ​ໜຶ່ງ​​ໂດຍ​ເນັ້ນວ່າ: ສິ່ງ​ທີ່​ສຳຄັນ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ໂລກ​ແມ່ນຕ້ອງ​ແກ້​ໄຂ​ບັນຫາ​ທີ່​ເປັນ​ອຸປະສັກ​ຕໍ່​ເສດຖະກິດ​ໂລກ​ທີ່​ມີ​ຢູ່​ແລ້ວ​ກ່ອນ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19.

ກອງ​ປະຊຸມ​ດັ່ງກ່າວ​ໄດ້ “ການ​ຄ້າ ​ແລະ​ການ​ພັດທະນາ​ປີ 2020” ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຄາດ​ຄະ​ເນວ່າ: ​ເສດຖະກິດ​ທົ່ວ​ໂລກ​ໃນ​ປີ 2020 ຄາດ​ວ່າ​ຈະຫຼຸດ​ລົງ 4,3%, ຂະໜາດ​ການ​ຄ້າ​ທົ່ວ​ໂລກ​ຈະ​ຫຼຸດ​ລົງ 1 ສ່ວນ 5, ຍອດ​ມູນ​ຄ່າ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຂອງ​ທົ່ວ​ໂລກ​ຈະ​ຫຼຸດລົງ 40%. ​ໃນ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ຈະ​ມີ​ປະຊາຊົນ 90 ລ້ານ​ຫາ 120 ລ້ານ​ຄົນທຸກ​ຍາກ​ທີ່​ສຸດ, ມີ​ເກືອບ 300 ລ້ານ​ຄົນຈະ​ຜະ​ເຊີນ​ໜ້າ​ກັບ​ບັນຫາ​ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ.

ບົດ​ລາຍ​ງານ​ຍັງ​ກ່າວ​ເນັ້ນ​ວ່າ: ​ເມື່ອ​ພະຍາດ​ໂຄ​ວິດ-19 ຍັງ​ບໍ່​ທັນຖືກ​ຄວບ​ຄຸມ​ໄວ້​ໄດ້ຢ່າງ​ຮອບດ້ານ, ​ເສດຖະກິດ​ໂລກຈະ​ຜະ​ເຊີນ​ກັບ​ການຕົກ​ຕ່ຳລົງຢ່າງ​ໜັກໜ່ວງ, ສິ່ງ​ທີ່​ສຳຄັນ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ໂລກ​ແມ່ນ​​ຕ້ອງແກ້​ໄຂ​ບັນຫາຕ່າງ​ໆທີ່​ເປັນ​ອຸປະສັກ​ຕໍ່ເສດຖະກິດ​ໂລກ​​ທີ່​ມີ​ຢູ່​ແລ້ວ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ຄຳ​ເຫັນ

0