吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

G20 ສະໜັບສະໜູນ​ອົງການ​ການ​ຄ້າ​ໂລກ​ດຳ​ເນີນ​ການ​ປະຕິ​ຮູບທີ່​ຈຳ​ເປັນ

2020-09-23 17:07:59 cri

ວັນທີ 22 ກັນຍາ​ນີ້, ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ​ການ​ລົງທຶນ​ຂອງ​ກຸ່ມ​ G20 ​ໄດ້​ຈັດ​ກອງ​ປະຊຸມ​ຜ່ານ​ທາງ​ວິ​ດີ​ໂອ, ​​ໂດຍ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ​ການ​ຮ່ວມ​ມື​ເພື່ອຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ພະຍາດ​ໂຄວິ​ດ-19, ຊຸກຍູ້​ການ​ຟື້ນ​ຟູດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ສາກົນ, ທັງສະໜັບສະໜູນ​ອົງການ​ການ​ຄ້າ​ໂລກ​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ.

​ກອງ​ປະຊຸມດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ອຸ​ດິດອາຣັບບີ​ທີ່​ເປັນ​ປະ​ເທດ​ປະທານ​ໝູ​ນວຽນ​ຂອງ​ກຸ່ມ​ G20, ແລະ​ຮັບຮອງ​ເອກະສານ “ຂໍ້​ລິ​ເລີ່​ມຣີຢັດກ່ຽວ​ກັບ​ອະນາ​ຄົດ​ຂອງ​ອົງການ​ການ​ຄ້າ​ໂລກ” ​ແລະ​ເອກ​ະສານ​ອື່ນໆ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຂໍ້​ລິ​​ເລີ່​ມ​ຣີຢັດໄດ້​ສະໜອງ​ໂອກາດ​ໃນ​ການ​ປຶກສາ​ຫາລື​ກັນ​ເຖິງເປົ້າ​ໝາຍ ​ແລະ​ຫຼັກການ​ພື້ນຖານ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ. ຜົນ​ສັກສິດ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍຂຶ້ນ​ຢູ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ລະບຽບ​ການ​ຂອງ​ອົງການ​ການ​ຄ້າ​ໂລກຂອງ​ສະມາຊິກ​ທັງ​ໝົດ, ​ກຸ່ມ​ G20 ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ​ລັກສະນະ​ສ້າງສັນ​ກັບປະ​ເທດ​ສະມາຊິກ​ອື່ນໆ​ຂອງອົງການ​ການ​ຄ້າ​ໂລກ ​ແລະສະໜັບສະໜູນ​ການ​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນຕໍ່​ອົງການ​ການ​ຄ້າ​ໂລກ.

ຖະ​ແຫຼ​ງການ​ດັ່ງກ່າວ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ສິ່ງ​ທ້າ​ທາຍ​ຈາກ​ພະຍາດ​ໂຄ​ວິດ-19 ​​ຍັງ​ເປັນ​ບັນຫາ​ຈຸດ​ສຸມຂອງ​ໂລກ, ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ສາມາດ​ຊຸກຍູ້​ການ​ຄ້າ​ສາກົນ, ຍົກ​ສູງ​ຄວາມ​ໝັ້ນ​ທ່ຽງ ​ແລະ​ລັກສະນະ​ຄາດ​ຄະ​​ເນ​ໄດ້​ຂອງ​ນະ​ໂຍບາຍ​ການ​ຄ້າ ​ແລະ​ການ​ລົງທຶນ, ລວມທັງ​ການຮັບປະກັນ​​ໃຫ້ບັນດາ​ປະ​ເທດ​ມີອຸປະກອນ​ການ​ແພດ ​ແລະ​ຢາ​ປິ່ນປົວ​ຢ່າງ​ເປັນ​ທຳ.

ຄຳ​ເຫັນ

0