何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ວ່າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​​ແບ່ງ​ເອົາ​ງົບ​ປະ​ມານ​ຕ້ານ​ພະ​ຍາດ​ໄປໃຊ້​ທາງ​ອື່ນ

2020-09-24 14:42:00 CRI

ວັນ​ທີ 22 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໜັງ​ສື​ພິມ​ວໍ​ຊິງ​ຕັນໂພ​ສ​ລາ​ຍ​ງານ​​ວ່າ: ໃນ​ເດືອນ​ມີ​ນາ​ປີ​ນີ້ ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ໄດ້​ເບີກ​ງົບ​ປະ​ມານ​ຕ້ານ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 1 ຕື້​ໂດ​ລາ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ ໂດຍ​ອີງ​ໃສ່ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ໃຫ້​ເງິນອຸດ​ໜູນຕ້ານ​ເຊືຶ້ອ​ພະ​ຍາດ​ໂຄ​ໂຣ​ນາ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ”, ແຕ່ຫຼັງ​ຈາກ​ນັ້ນ ເງິນ​ໃນ​ບ້ວງ​ນີ້ສ່ວນຫຼາຍ​ ໄດ້​ຖືກ​ນັກ​ທຸ​ລະ​ກິດ​ຜູ້​ຮັບ​ເໝົາ​​ກ່ຽວ​ກັບວຽກ​ປ້ອງ​ກັນ​ປະ​ເທດ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຕ້ານ​ພະ​ຍາດ​ແບ່ງ​ເອົາ​ໄປ.

 

ເດືອນ​ເມ​ສາ​ປີ​ນີ້, ທ່ານ​ເອ​ເລັນ ລອດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ຮັບ​ຜິ​ດ​ຊອບ​ວຽກ​ງານ​​ການຈັດ​ຊື້ ​ ແລະ ພະ​ລາ​ທິ​ການ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ, 3 ສ່ວນ 4 ຂອງ​ງົບ​ປະ​ມານ​ດັ່ງ​ກ່າວ​ຈະ​ໃຊ້​ໃນ​ການ​ຜະ​ລິດ​ອຸ​ປະ​ກອນ​ການ​ແພດ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ອີງ​ຕາມ​ແຜນ​ການ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ຍື່ນ​ໃຫ້​ລັດ​ຖະ​ສະ​ພາ​ເມື່ອ​ເດືອນ​ມິ​ຖຸ​ນາ​ນັ້ນ, ມີ ​ເງິນ​ຈຳ​ນວນ 688 ລ້ານໂດ​ລາ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ອຸດ​ສ​າ​ຫະ​ກຳການ​ທະ​ຫານ.

 

ໃນ​ເວ​ລາ​ເຂົ້າ​ຮ່ວມ​ງານ​ຟັງ​ຄຳ​ໃຫ້​ການ​ຂອງ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໃນ​ອາ​ທິດ​ຜ່ານ​ມາ, ທ່ານ​ໂຣ​ເບິດ  ເຣັດຟີວ ຫົວ​ໜ້າ​ສູນ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ພະ​ຍາດຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ປະ​ຈຸ​ບັນ ລັດ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ຕ້ອງ​ການ​ເງິນ 6 ຕື້​ໂດ​ລາ​ສະ​ຫະ​ລັດ​ຢ່າງ​ຮີບ​ດ່ວນ, ເພື່ອ​​ຈັດ​ຊື້​ຢາ​ວັກ​ຊີນ​ແຈກ​ຢາຍ​ໃຫ້​ແກ່​ຊາວ​ອາ​ເມ​ຣິ​ກາ​ໃນ​ຕົ້ນ​ປີ​ໜ້າ. ແຕ່​ໂຮງ​ໝໍຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ຍັງ​ຂາດ​ເຂີນ​ຜ້າ​ປິດ​ປາກN95ຢ່າງ​ໜັກ​ໜ່ວງ. ໜັງ​ສື​ພິມ​ວໍ​ຊິງ​ຕັນ ​ໂພ​ສລາຍ​ງານ​ວ່າ, ​ຕາມ​ແຜນ​ເດີມ ບັນ​ຫາ​ເຫຼົ່າ​ນີ້​ສາ​ມາດ​ແກ້​ໄຂ​ໄດ້ດ້ວຍ​ບ້ວງ​ເງິນ​ທີ່​ລັດ​ຖະ​ສະ​ພາ​ເບີກ​ໃຫ້​ແລ້ວ​ໃນ​ເດືອນ​ມີ​ນາ​ປີ​ນີ້.

ຄຳ​ເຫັນ

0