刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ

2020-09-24 12:54:55 cri

 

ຕອນຄໍ່າວັນທີ 23 ກັນຍານີ້, ທ່ານສີຈິ້ນຜີງ ປະທານປະເທດຈີນໄດ້ພົບປະກັບທ່ານ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຜ່ານທາງວິດີໂອ.

ທ່ານສີຈິ້ນຜີງກ່າວເນັ້ນວ່າ: ປັດຈຸບັນນີ້, ພະຍາດໂຄວິດ-19 ຍັງແຜ່ລະບາດຢ່າງ ໜັກໜ່ວງໃນທົ່ວໂລກ, ບໍ່ຄວນໂຍະຍານການຕ້ານກັບພະຍາດໃນທົ່ວໂລກ. ຈີນຍິນດີແບ່ງປັນບົດຮຽນທຸກຢ່າງກັບຝ່າຍຕ່າງໆ ແລະສືບຕໍ່ໃຫ້ການສະໜັບສະ ໜູນແລະການຊ່ວຍເຫຼືອແກ່ປະເທດທີ່ມີຄວາມຕ້ອງການ. ຈີນເດັດດ່ຽວສະໜັບສະ ໜູນອົງການສະຫະປະຊາຊາດ ໂດຍສະເພາະອົງການອະນາໄມໂລກເພື່ອເສີມຂະ ຫຍາຍບົດບາດນຳພາທີ່ສຳຄັນ, ເພີ່ມທະວີການຮ່ວມມືສາກົນ, ປ້ອງກັນ ແລະການຄວບຄຸມພະຍາດຮ່ວມກັນ, ຮ່ວມກັນສ້າງປະຊາຄົມຮ່ວມສາທາລະນະສຸກຂອງ ມວນມະນຸດ. ຈີນໃຫ້ຄຳໝັ້ນສັນຍາວ່າ: ຫຼັງຈາກສຳເລັດການຄົ້ນຄວ້າຜະລິດຢາວັກ ຊີນ ແລະນຳໃຊ້ຈິງແລ້ວ, ຢາວັກຊີນຂອງຈີນຈະເປັນຜະລິດຕະພັນສາທາລະນະຂອງ ໂລກ ເພື່ອປະກອບສ່ວນເຮັດໃຫ້ປະເທດທີ່ພວມພັດທະນາມີຢາວັກ ຊີນແລະສາມາດຊື້ໄດ້.

ທ່ານສີຈິ້ນຜີງຊີ້ອອກວ່າ: ສະພາບພະຍາດໂຄວິດ-19 ພາໃຫ້ເກີດມີຫຼາຍບັນຫາໃໝ່, ແຕ່ສະຫຼຸບລວມແລ້ວ, ຍັງແມ່ນບັນຫາສັນຕິພາບແລະການພັດທະນາຄືເກົ່າ. ສະພາຄວາມໝັ້ນຄົງຄວນເສີມຂະຫຍາຍບົດບາດຂອງກົນໄກຄວາມໝັ້ນຄົງລວມໝູ່, ປະເທດສະມາຊິກຖາວອນຄວນເປັນແບບຢ່າງ. ການກະທຳລັດທິຝ່າຍດຽວ ແລະເຈົ້າອຳນາດຈະບໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນຢ່າງແນ່ນອນ.

ທ່ານສີຈິ້ນຜີງກ່າວເນັ້ນວ່າ: ຕ້ອງພະຍາຍາມຈົນສຸດຄວາມສາມາດເພື່ອຫຼຸດຜົນກະທົບຈາກສະພາບພະຍາດທີ່ມີຕໍ່ເສດຖະກິດ ແລະການດຳລົງຊີວິດຂອງປະຊາຊົນໃຫ້ໜ້ອຍລົງ, ຈັດສັນຊັບພະຍາກອນ ແລະກຳລັງໃນທົ່ວໂລກ, ຊຸກຍູ້ໃຫ້ຝ່າຍຕ່າງໆໃຊ້ມາດຕະການທີ່ທ່ວງທັນກັບເວລາ ແລະ ເຂັ້ມແຂງ ເພື່ອຫຼຸດຫຼືເລື່ອນເວລາການຊຳລະໜີ້ສິນ, ເພີ່ມການຊ່ວຍເຫຼືອ ແລະອື່ນໆ, ຊ່ວຍປະເທດທີ່ພວມພັດທະນາໃຫ້ມີການພັດທະນາ, ຫຼຸດຄວາມແຕກໂຕນກັນລະຫວ່າງຜູ້ທຸກຍາກກັບຜູ້ຮັ່ງມີ.

ທ່ານສີຈິ້ນຜີງຍັງກ່າວວ່າ: ການພັດທະນາຕ້ອງມີລັກສະນະຍືນຍົງ, ຕ້ອງແກ້ໄຂການພົວພັນລະຫວ່າງຄົນກັບທຳມະຊາດໃຫ້ດີ. ຈີນຈະເພີ່ມທະວີການສ້າງຄວາມສີວິໄລດ້ານນິເວດຂອງຕົນ ທັງເປັນເຈົ້າການແບກຫາບໜ້າທີ່ສາກົນເພື່ອຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ພະຍາຍາມປົກປັກຮັກສາໜ່ວຍໂລກທີ່ເປັນບ້ານເມືອງ ຮ່ວມຂອງມວນມະນຸດໃຫ້ດີ, ສ້າງ“ເສັ້ນທາງສາຍໄໝສີຂຽວ” ຮ່ວມກັບບັນດາປະເທດຢ່າງຕັ້ງໜ້າ.

ທ່ານສີຈິ້ນຜີງຊີ້ອອກວ່າ: ສະພາບພະຍາດໄດ້ເຮັດໃຫ້ບັນຫາທີ່ບໍ່ສອດຄ່ອງແລະບໍ່ ເໝາະສົມຕໍ່ລະບົບການບໍລິຫານໂລກໃຫ້ພົ້ນເດັ່ນຂຶ້ນ. ຝ່າຍຕ່າງໆຄວນພິຈາລະນາວ່າຈະປັບປຸງແນວໃດ, ແຕ່ບໍ່ແມ່ນຖິ້ມລະບົບເກົ່າ ແລ້ວສ້າງລະບົບໃໝ່ຂຶ້ນແທນ. ໃນໂລກນີ້ມີແຕ່ລະບົບດຽວ ຄື ລະບົບສາກົນທີ່ຖືອົງການສະຫະປະ ຊາຊາດເປັນແກນກາງ;​ ມີລະບຽບການພຽງໜຶ່ງດຽວ, ຄື: ຫຼັກການພື້ນຖານກ່ຽວ ກັບການພົວພັນສາກົນທີ່ຖືກກົດບັດສະຫະປະຊາຊາດເປັນພື້ນຖານ. ຈີນບໍ່ເຄີຍກໍ່ ເລື່ອງທີ່ເປັນປໍລະປັກກັນດ້ານຮູບຖານຈິດສຳນຶກຈັກເທື່ອ, ບໍ່ມີແນວຄິດທີ່ຈະຕັດສາຍພົວພັນກັບໃຜຈັກເທື່ອ, ບໍ່ມີເຈດຈຳນົງຢາກເປັນເຈົ້າອຳນາດຈັກເທື່ອ. ສິ່ງທີ່ພວກຂ້າພະເຈົ້າ ຄິດຫຼາຍທີ່ສຸດ ແມ່ນໃຫ້ປະຊາຊົນຈີນຈຳນວນ 1 ຕື້ 400 ລ້ານຄົນມີຊີວິດການເປັນ ຢູ່ທີ່ດີກວ່າເກົ່າ ເພື່ອປະກອບສ່ວນໃຫ້ກັບມວນມະນຸດໃຫ້ຫຼາຍກວ່າເກົ່າ. ແຕ່ວ່າ, ພວກຂ້າພະເຈົ້າກໍຈະບໍ່ຍອມໃຫ້ອະທິປະໄຕຂອງປະເທດ, ກຽດສັກສີຂອງປະເທດຊາດແລະການພັດທະນາຂອງປະເທດຕົນຖືກທຳລາຍໄດ້ຢ່າງເດັດຂາດ, ຈະຍຶດໝັ້ນໃນການປົກປັກຮັກສາ ສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນຢ່າງເດັດດ່ຽວ, ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳຂອງສາກົນ.

ທ່ານສີຈິ້ນຜີງກ່າວເນັ້ນອີກວ່າ: ປະເທດຕ່າງໆມີສາຍພົວພັນທີ່ເຊື່ອມໂຍງເຊື່ອມຈອດກັນ, ມີຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ. ພວກເຮົາຄວນຂ້າມຜ່ານເຂດກຳກັດລະຫວ່າງປະເທດ, ຊົນຊາດ, ວັດທະນະທຳ ແລະຮູບຖານຈິດສຳນຶກ, ເມື່ອເບິ່ງຈາກຄວາມເປັນມະນຸດແລ້ວ, ພວກເຮົາຄວນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮ່ວມກັນສ້າງສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມບ່ອນທີ່ພວກເຮົາເພີ່ງພາອາໄສຢູ່ໃຫ້ດີ.

ທ່ານກູເຕີເຣສ ກ່າວວ່າ: ປັດຈຸບັນ, ໂລກພວມຜະເຊີນກັບວິກິດການແລະສິ່ງທ້າ ທາຍຫຼາຍຢ່າງເປັນຕົ້ນແມ່ນສະພາບພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ສະນັ້ນ, ຍິ່ງຕ້ອງການມີລັດທິຫຼາຍຝ່າຍ, ຍິ່ງຕ້ອງເພີ່ມທະວີການຮ່ວມມືສາກົນ, ຍິ່ງຕ້ອງການມີອົງການສະຫະປະຊາຊາດທີ່ເຂັ້ມແຂງ. ຂໍຂອບໃຈປະເທດຈີນທີ່ໄດ້ ໃຫ້ການສະໜັບສະໜູນທີ່ເດັດດ່ຽວແກ່ລັດທິຫຼາຍຝ່າຍແລະອົງການສະຫະປະຊາຊາດມາໂດຍຕະຫຼອດ. ເປັນຍ້ອນວ່າມີການສະໜັບສະໜູນຈາກປະເທດຈີນ, ອົງການສະຫະປະຊາຊາດຈິ່ງສາມາດປະຕິບັດໜ້າທີ່ຕຳແໜ່ງໃຫ້ດີກວ່າເກົ່າ. ຈີນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ການພັດທະນາຮ່ວມກັນ. ອົງການສະຫະປະຊາຊາດຫວັງວ່າຈະສືບຕໍ່ ເພີ່ມທະວີການຮ່ວມມືກັບຈີນ, ຫວັງໃຫ້ຈີນຈະເສີມຂະຫຍາຍບົດບາດນໍາພາ. ຂ້າພະເຈົ້າເຊື່ອວ່າ: ຈີນມີຄວາມສາມາດຢ່າງເຕັມສ່ວນໃນການພັດທະນາຕົນເອງ ແລະປະກອບສ່ວນເຂົ້າໃນການພັດທະນາໂລກໃຫ້ຫຼາຍກວ່າເກົ່າ.

ຄຳ​ເຫັນ

0