何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະ​ເປີດກວ້າງ​ກາ​ນ​ລົງ​ທຶນໃນ 8 ອຸດ​ສາ​ຫະ​ກຳ​ທີ່​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ

2020-09-24 11:04:35 CRI

ຕາມ​ຂ່​າວ​ແຈ້ງວ່າ, ຈີນ​ຈະສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ດ້ານການ​ລົງທຶນ​ໂດຍສຸມ​ໃສ່ 8 ອຸດ​ສາ​ຫະ​ກຳ​ທີ່​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ຄື: ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ ອຸດ​ສາ​ຫະ​ກຳ​ຜະ​ລິດ​ອຸ​ປະ​ກອນ​ລ້ຳ​ໜ້າ ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ໃໝ່ ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໃໝ່ ອຸດ​ສາ​ຫະ​ກຳ​ລົດ​ອັດ​ສະ​ລິ​ຍະ ແລະ​ພະ​ລັງ​ງານ​ໃໝ່ ອຸດ​ສາ​ຫະ​ກຳ​ປະ​ຢັດ​ພະ​ລັງ​ງານ ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ແລະອຸດ​ສາ​ຫະ​ກຳ​ນະ​ວັດ​ຕະ​ກຳ​ດີ​ຈີ​ຕອນ, ຊຸກ​ຍູ້​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ​ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ຂະ​ໜາດ​ໃຫຍ່.

 

ອີງ​ຕາມ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ທີ່​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ຊາດຈີນ ກະ​ຊວງວິ​ທະ​ຍາ​ສາດ​ແລະ​ເຕັກ​​ໂນ​ໂລ​ຊີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ, ​ແລະ ກະ​ຊວງ​ການ​​ເງິນຈີນຮ່ວມ​ກັນ​ເຜີຍ​ແຜ່​ນັ້ນ, ຈີນ​ຈະ​ປິ່ນ​ອ້ອມ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ ວິ​ສາ​ຫະ​ກິດ​ຫົວ​ຈັກຫຼັກ​ແຫຼ່ງ ແລະ​ໂຄງ​ການ​ລົງ​ທຶນ​ທີ່​ສຳ​ຄັນ, ເລັ່ງ​ລັດ​ຊຸກ​ຍູ້​​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດໃຫ້​ພັດ​ທະ​ນາ​ດ້ວຍ​ຄຸນນ​ະ​ພາບ​ສູງ, ​ສ້າງ​ແຮງ​ຂັບ​ເຄື່ອນ​ໃໝ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ​ນຳ​ໃຊ້​ນະ​ໂຍ​ບາຍ​ຕ່າງໆແບບ​ສັງ​ລວມ, ເຊັ່ນ: ການ​ເງິນ ທີ່​ດິນ ການ​ທະ​ນາ​ຄ​ານ ວິ​ທະ​ຍາ​ສາດ​ເຕັກ​ນິກ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ຊັບ​ສິນ​ທາງ​ປັນ​ຍາ ແລະ ອື່ນໆ, ​ປະ​ສານ​ສົມ​ທົບ​ກັນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສາ​ກຸ່ມ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ​ສ້າງ​ວິ​ສາ​ຫະ​ກິດ​​ທີ່​ມີລັກ​ສະ​ນະ​ນຳ​ໜ້າ, ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​​ທີ່​ເປັນຂໍ​ກຸນ​ແຈ, ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດແລະ​ໂຄງ​ການ​ອື່ນໆ.

ຄຳ​ເຫັນ

0