吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາບ​​ພະຍາດ​ໂຄ​ວິດ-19 ​ເຮັດ​ໃຫ້​ລາຍ​ຮັບຂອງ​ອອກ​​ແຮງ​ງານ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ

2020-09-24 16:11:52 cri

ວັນ​ທີ 23 ກັນຍາ​ນີ້, ອົງການ​ແຮງ​ງານ​ສາກົນ​ໄດ້​​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ໂດຍ​ຊີ້​ໃຫ້​ເຫັນວ່າ: ສະພາບ​ການ​ພະຍາດ​ໂຄ​ວິດ-19 ​ໄດ້​ເຮັດ​ໃຫ້​ລາຍ​ຮັບຂອງອອກ​ແຮງ​ງານ​ໃນ​ໂລກ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.

ບົດ​ລາຍ​ງານ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019 ​ແລ້ວ, ລາຍ​ຮັບຂອງແຮງ​ງານ​ທົ່ວ​ໂລກ​​ໃນ 3 ​ໄຕ​ມາດ​ຂອງ​ປີນີ້​ຫຼຸດ​ລົງ 10,7%, ຄື: 3500 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງບໍ່​ລວມທັງ​​ເງິນ​ອຸດ​ໜູນ​ຈາກ​ລັດຖະບານ. ລາຍ​ຮັບຂອງແຮງ​ງານ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ ​ແລ​ະຕ່ຳ​ໄດ້​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ ຄື: 15,1%. ​ເມື່ອ​ເບິ່ງ​ຕາມ​ເຂດ​ແຄວ້ນ, ​ທະວີບອາ​ເມຣິກາ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ທີ່​ສຸດ ​ເຊິ່ງ​ໄດ້​ຫຼຸດ​ລົງ 12,1%.

ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຜູ້​ອອກ​ແຮງ​ງານ​ຈາກ​ປະ​ເທດ​ທີ່​ກຳ​ລັງ​ພັດທະນາ ​ແລະ​ກຸ່ມ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອອກ​ແຮງ​ງານ​ທີ່​ເຮັດ​ວຽກ​ບໍ່​ປະຈຳໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ກວ່າ​ຖ້າ​ທຽບ​ໃສ່​ວິ​ກິດ​ການ​ຕ່າງໆທີ່​ເຄີຍ​ເກີດ​ຂຶ້ນ. ນະ​ໂຍບາຍ​ທາງການ​ເງິນ​ອາດຈະ​ສາມາດ​ຜ່ອນ​ຄາຍ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ​-19 ທີ່​ມີຕໍ່​ຕະຫຼາດ​​ແຮງ​ງານ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

 

ຄຳ​ເຫັນ

0