尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເລີ່ມ​ນຳ​ໃຊ້​ແລ້ວ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-09-24 15:55:48 cri

ເມື່ອຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເລີ່ມ​ນຳ​ໃຊ້​ແລ້ວ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_f9851126dab04a159921d84ac245d2e4

ວັນ​ທີ 21 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ຊຸເມຍ ສະວາມິນາທານ ນັກວິທະຍາສາດ​ຜູ້​ທີ​ໜຶ່ງຂອງອົງການອະນາໄມໂລກຫຼື WHO ກ່າວວ່າ: WHO ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ຢາ​ວັກ​​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ແລະ​ໄດ້​ຕິດ​ຕາມ​​ເລື່ອງ​ນີ້​ຢ່າງ​ໃກ້​ຊິດ​ມາ​ໂດຍ​ຕະ​ຫຼອດ, ຢາ​ວັກ​​ຊີນ​ບາງ​ຊະ​ນິດ​ໄດ້​ຮັບ​ການ​ຢັ້ງ​ຢືນ​​ວ່າ​ມີ​ຜົນ​ດີ​ໃນ​ການ​ທົດ​ລອງ​ທາງ​ຄ​ລິ​ນິກ​ໃນໄລ​ຍະ​ປັດ​ຈຸ​ບັນ.

  ເມື່ອຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເລີ່ມ​ນຳ​ໃຊ້​ແລ້ວ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_304200e7133941aab114dd6bc704feb6
ຕາມ​ໜັງ​ສື​ພິມຊາວສ໌ໄຊນາໂມນິງ​ມໍ​ນິງ​ໂພ​ສ໌ຂອງ​ຮົງ​ກົງ​ສະ​ບັບ​ອອກ​ວັນ​ທີ 22 ກັນ​ຍາ​ນີ້​​ໄດ້ລາຍ​ງານ​ວ່າ: ຢາ​ວັກ​ຊີນ​ເຊື້ອ​ຕາຍ​ສອງ​ຊະ​ນິດ​ຂອງ​ຈີນ​ພວມ​ຮ້ອງ​ຂໍ​ການ​ອະ​ນຸ​ມັດ​ໂດຍ​ມີ​ເງື່ອນ​ໄຂ​ຈາກ​ພາກ​ສ່ວນ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ,ຖ້າ​ໄດ້​ຮັບ​ການ​ອະ​ນຸ​ມັດ​ແລ້ວ, ຄາດ​ວ່າ​ລາ​ຄາ​ສູງ​ສຸດ​ຂອງ​ຢາ​ວັກ​ຊີນ​ທີ່​ຈະ​ກຳ​ນົດ​ແມ່ນ 600 ຢວນ(88 ໂດ​ລາ​ສະ​ຫະ​ລັດ). ປັດ​ຈຸ​ບັນ, ຢາ​ວັກ​ຊີນ​ດັ່ງ​ກ່າວ​ໄດ້​​ສັກ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ແສນ​ເທື່ອ​ຄົນ, ​ຜົນ​ປາ​ກົດ​ວ່າ​ບໍ່​ມີ​ຜົນ​ຂ້າງ​ຄຽງ​ໃດໆ; ໃນ​ນັ້ນ, ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໝື່ນ​ຄົນ​ທີ່​ໄດ້​ສັກ​ຢາ​ວັກ​​ຊີນແລ້ວ​ແລະ​ໄດ້​ເດີນ​ທາງ​ໄປຕ່າງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ນັ້ນ, ຈົນ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ລາຍ​ງານ​ວ່າ​ມີ​ການ​ຕິດ​ເຊື້ອ​ໄວ​ຣັດ​ເມື່ອ​ສັກ​ຢາ​ວັກ​ຊີນ​ນີ້​ແລ້ວ.

ທ່ານ ໂຢອອງ ໂດ​ເຣຍ ເຈົ້າ​ຄອງ​ລັດຊາວ ປາວໂລ ​ປະ​ເທດບ​ຣາ​ຊິນໄດ້ປະກາດໃນວັນທີ 20 ກັນຍານີ້ວ່າ: ໃນເດືອນຕຸລາປີນີ້, ລັດຕົນຈະຮັບເອົາຢາວັກ​ຊີນພະຍາດໂຄວິດ-19 ທີ່ຈີນຄົ້ນຄວ້າຜະລິດ 5 ລ້ານ​ຫຼອດ, ບ​ຣາຊິນຈະເລີ່ມສັກ​ວັກ​ຊີນໃນກາງເດືອນທັນວາປີນີ້.

ເມື່ອຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເລີ່ມ​ນຳ​ໃຊ້​ແລ້ວ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_b6e37aef5f0c494eb7a95e80d56daed9
ວັນທີ 17 ກັນຍານີ້, ​ປະ​ເທດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດໄດ້ປະກາດ​ວ່າຈະອະນຸມັດຢ່າງ​ຮີບ​ດ່ວນໃຫ້ນຳໃຊ້ຢາວັກ​ຊີນພະຍາດໂຄວິດ-19 ທີ່ຈີນຄົ້ນຄວ້າຜະລິດແລະກ່າວວ່າຢາວັກ​ຊີນຂອງຈີນໄດ້ຮັບການຢັ້ງຢືນ​ວ່າມີປະສິດທິຜົນແລະປອດໄພໃນການທົດລອງ​ທາງ​ຄຸ​ລິ​ນິກໄລຍະ 3, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມ​ໝັ້ນໃຈທີ່ແຂງແຮງຂອງລັດຖະບານ​ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດທີ່ມີຕໍ່ຄວາມປອດໄພແລະຄວາມໜ້າເຊື່ອຖື​ດ້ານ​ສັບ​ພະ​ຄຸນ​ຂອງ​ຢາ​ວັກ​ຊີນ​ຈີນ. ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດເປັນປະເທດທຳອິດ​ຢູ່​ໃນ​ໂລກທີ່ໄດ້ອະນຸມັດໃຫ້ນຳໃຊ້ຢາວັກ​ຊີນພະຍາດໂຄວິດ-19 ທີ່ຕ່າງປະເທດຄົ້ນຄວ້າຜະລິດ.

ເມື່ອຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊີນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ເລີ່ມ​ນຳ​ໃຊ້​ແລ້ວ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_10e6fe8250aa43698bafa448351d0caa

ປັດຈຸບັນ, ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່ໃນໂລກ ແລະຍັງບໍ່ໄດ້ຮັບການຄວບຄຸມຢ່າງຮອບດ້ານເທື່ອ, ເຊື່ອວ່າການຄົ້ນຄວ້າຜະລິດຢາວັກ​ຊີນພະຍາດໂຄວິດ-19 ຂອງຈີນຢ່າງສຳເລັດຜົນແລະ​ເລີ່ມນຳໃຊ້ແລ້ວ, ​ຈະ​ມີ​ຜົນ​​ດີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກ.

ຄຳ​ເຫັນ

0