刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮັບປະກັນໃຫ້ປະຊາຊົນມີສຸຂະພາບແຂງແຮງແມ່ນບູລິມະສິດຍຸດທະສາດການພັດທະນາຂອງຈີນໃນ 5 ປີຕໍ່ໜ້າ

2020-09-24 09:31:37 cri

ໃນ 5 ປີຕໍ່ໜ້ານີ້, ຈີນຈະພັດທະຍາຫຍັງກ່ອນໝູ່? ວັນທີ 22 ກັນຍານີ້, ໃນງານສຳມະນາກັບຜູ້ຕາງໜ້າຊ່ຽວຊານໃນຂົງເຂດສຶກສາ ວັດທະນະທຳ ສາທາລະນະສຸກ ແລະກິລາຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜີງ ຜູ້ນຳສູງສຸດຂອງຈີນໄດ້ກ່າວເນັ້ນວ່າ: ໃນ 5 ປີຕໍ່ໜ້ານີ້, ຈີນຈະຖືເອົາສຸຂະພາບແຂງແຮງຂອງປະຊາຊົນເປັນບູລິມະສິດໃນຍຸດທະສາດແຫ່ງການພັດທະນາ, ອອກແຮງພັດທະນາພາ ລະກິດສາທາລະນະສຸກ, ເລັ່ງລັດການສ້າງສາປະເທດທີ່ເຂັ້ມແຂງດ້ານກິລາ, ໃຫ້ປະຊາຊົນມີຄວາມຮູ້ສຶໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະຄວາມປອດໄພ ໃຫ້ກັບປະຊາຊົນຢ່າງບໍ່ຢຸດຢັ້ງ.

 

ການຮັບປະກັນໃຫ້ປະຊາຊົນມີສຸຂະພາບແຂງແຮງແມ່ນບູລິມະສິດຍຸດທະສາດການພັດທະນາຂອງຈີນໃນ 5 ປີຕໍ່ໜ້າ_fororder_1

ວັນທີ 4 ກໍລະກົດ, ຢູ່ນະຄອນກຸ້ຍຢາງ, ຫຼິວຈີ້ຊີ່ງ (ຂວາ) ກັບລູກຝຶກຊ້ອມມວຍນຳກັນ

 

ປັດຈຸບັນ, ພະຍາດໂຄວິດ-19 ຍັງແຜ່ລະບາດຢ່າງກວ້າງຂວາງໃນທົ່ວໂລກ, ມວນມະນຸດພວມຜະເຊີນກັບເຫດການສາທາລະນະສຸກທີ່ເກີດຂຶ້ນຢ່າງກະທັນຫັນ ແລະໜັກໜ່ວງທີ່ສຸດໃນທົ່ວໂລກນັບແຕ່ສົງຄາມໂລກຄັ້ງທີສອງສິ້ນສຸດລົງເປັນຕົ້ນມາ. ປະເທດຈີນທີໄດ້ຮັບຜົນສຳເລັດທີ່ສຳຄັນໃນການຄວບຄຸມພະຍາດ ແລະພວມວາງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໃນໄລຍະປີ 2021 ຫາປີ 2025. ການທີ່ນຳໃຊ້ແຜນການໄລຍະ ກາງແລະຍາວມາຊີ້ນຳການພັດທະນາເສດຖະກິດສັງຄົມ, ແມ່ນວິທີສຳຄັນໃນ ການບໍລິຫານປະເທດຂອງພັກກອມມູນິດຈີນ. ເພື່ອວາງແຜນການ ສະບັບນີ້ທີ່ພົວພັນເຖິງຄວາມສຸກຂອງປະຊາຊົນ 1 ຕື້ 400 ລ້ານຄົນໃນ 5 ປີຕໍ່ໜ້ານີ້,​ນັບແຕ່ຕົ້ນປີນີ້ມາ, ຜູ້ນຳປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຫຼາຍເທື່ອ ເພື່ອສົນທະນາກັບບຸກຄົນໃນວົງການຕ່າງໆ.

 

ການຮັບປະກັນໃຫ້ປະຊາຊົນມີສຸຂະພາບແຂງແຮງແມ່ນບູລິມະສິດຍຸດທະສາດການພັດທະນາຂອງຈີນໃນ 5 ປີຕໍ່ໜ້າ_fororder_2

ວັນທີ 26 ມິຖະນານີ້, ຕາແສງທີຈື່ນ້າພູຂອງເຂດຊິ່ນຈ່ຽງໄດ້ຈັດການແຂ່ງຂັນຕີຄີ

 

ໃນງານສຳມະນາທີ່ໄດ້ຈັດຂຶ້ນໃນວັນທີ 22 ກັນຍາດັ່ງກ່າວ, ທ່ານສີຈິ້ນຜີງໄດ້ສົນ ທະນາກັບຜູ້ຊ່ຽວຊານແລະຜູ້ຕາງໜ້າຂອງສູນຄວບຄຸມພະຍາດຈີນ, ພະແນກແພດ ສາດຂອງມະຫາວິທະຍາໄລປັກກິ່ງ ແລະມະຫາວິທະຍາໄລກິລາປັກກິ່ງ ໂດຍກ່າວ ເນັ້ນວ່າ: ຕ້ອງເພີ່ມທະວີການສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດດ້ານສາທາລະນະສຸກ, ສ້າງປະເທດໃຫ້ເຂັ້ມແຂງດ້ານກິລາຢ່າງຮອບດ້ານ. ທ່ານສີຈິ້ນຜີງຍັງກ່າວວ່າ: ສຸກຂະພາບແຂງແຮງຂອງປະຊາຊົນແມ່ນພື້ນຖານແຫ່ງຄວາມສີວິໄລກ້າວໜ້າທາງສັງຄົມ ທັງເປັນການສະແຫວງຫາຮ່ວມກັນຂອງປະຊາຊົນທັງຫຼາຍ. ຕ້ອງຖືເອົາສຸຂະພາບແຂງແຮງຂອງປະຊາຊົນເປັນບູລິມະສິດໃນຍຸດທະສາດການພັດທະນາ, ພະຍາຍາມຮັບປະກັນໃຫ້ປະຊາຊົນມີສຸຂະພາບແຂງແຮງຢ່າງຮອບ ດ້ານແລະຕະຫຼອດຂະບວນການ. ທ່ານກ່າວເນັ້ນວ່າ: ກິລາແມ່ນວິທີທາງທີ່ສຳຄັນ

 

ເພື່ອຍົກສູງຄວາມແຂງແຮງດ້ານສຸຂະພາບຂອງປະຊາຊົນ, ຕ້ອງເພີ່ມທະວີວຽກງານກິລາຢູ່ໂຮງຮຽນ, ຊຸກຍູ້ໃຫ້ການຮຳ່ຮຽນວິຊາຄວາມຮູ້ແລະການຫຼິ້ນກິລາຂອງຊາວໜຸ່ມເຍົາວະຊົນພັດທະນາຢ່າງກົມກຽວກັນ, ຊ່ວຍນັກຮຽນນັກສຶກສາມີຈິດໃຈມ່ວນຊື່ນ, ເພີ່ມຄວາມເຂັ້ມແຂງໃຫ້ຮ່າງກາຍ, ປັບປຸງບຸກຄະລິກກະພາບໃຫ້ສົມບູນ ແລະຝຶກຝົນຈິດໃຈທີ່ເຂັ້ມແຂງໃນຂະນະທີ່ຫຼິ້ນກິລາ.

ຄຳ​ເຫັນ

0