黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຄວາມ​ເວົ້າ​ຫຼອກ​ລວງ 7 ນາ​ທີ” ເຮັດ​ໃຫ້ “ປະ​ເທດມະ​ຫາ​ອຳ​ນາດ​ພຽງໜຶ່ງ​ດຽວ​ໃນ​ໂລກ” ເສຍ​ໜ້າ​ທີ່​ສຸດ

2020-09-25 11:04:40 cri

“ຄວາມ​ເວົ້າ​ຫຼອກ​ລວງ 7 ນາ​ທີ” ເຮັດ​ໃຫ້ “ປະ​ເທດມະ​ຫາ​ອຳ​ນາດ​ພຽງໜຶ່ງ​ດຽວ​ໃນ​ໂລກ” ເສຍ​ໜ້າ​ທີ່​ສຸດ_fororder_641

ວັນ​ທີ 22 ກັນ​ຍາ​ນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ເປັນ​ເວ​ລາ 7 ນາ​ທີ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75, ​ໂດຍ​ທ່ານໄດ້​ໃສ່​ຮ້າຍ​ປ້າຍ​ສີ​​ຈີນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ. ຫາງສຽງ​​ທົ່ວ​ໄປໄດ້​ເອີ້ນ 7 ນາ​ທີ​ດັ່ງ​ກ່າວ​ວ່າ​ເປັນ “7 ນາ​ທີ​ທີ່​ເວົ້າ​​ແຕ່ຄວາມ​ຫຼອກ​ລວງ.”

ໃນ​ເວ​ລາ​ທ່ານ​ທ​ຣຳ ກ່າວ​ຄຳ​ປາ​ໄສ, ຜູ້​ເສຍ​ຊີ​ວິດ​ຍ້ອນເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​​ມີ​ຫຼາຍກວ່າ 2 ແສນ​ຄົນ, ສ່ວນ​ນະ​ຄອນ​ນິວຢອກ​ທີ່​ຄວນ​ເປັນ​ສະ​ຖານ​ທີ່​ຈັດ​ສະ​ມັດ​ຊາ​ໃຫຍ່​ຄັ້ງ​ນີ້​​ພັດ​ພວມ​ຕົກ​ຢູ່​ໃນສະ​ພາບ​ທີ່​ມີ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ. ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ແລ້ວ, ຈີນ​ໄດ້​ແຈ້ງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຕໍ່​ອົງ​ການ​ອະ​ນາ​ໄມ​ໂລກ, ​ລ​ວມ​ທັງອາ​ເມ​ຣິ​ກາ​ແລະ​ປະ​ເທດ​ອື່ນໆ​​ໄດ້​ຮັບ​ຮູ້​ທ່ວງ​ທັນ​ກັບ​ເວ​ລາ, ແລະ​ໄດ້​ແບ່ງ​ປັນ​ລຳ​ດັບພັນ​ທຸ​ກຳ​ຂອງ​ເຊື້ອ​ພະ​ຍາດ​ໃນ​ທັນ​ທີ. ແຕ່​ຜ່ານ​ໄລ​ຍະ​ເຄິ່ງ​ປີ​ແລ້ວ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຂໍ້​ມູນ​ຢ່າງ​ຈະ​ແຈ້ງ​ຈາກ​​ຝ່າຍ​ຈີນ. ​ກົງ​ກັນ​ຂ້າມ​ພັດບໍ​ລິ​ຫານ​ປະ​ເທດ​ແບບ​ໝິ່ນ​ປະ​ໝາດ​ຕໍ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ບໍ່​ໃຫ້​ການ​ເຄົາ​ລົບ​ຫຼັກ​ວິ​ທະ​ຍາ​ສາດ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 2 ແສນ​ຄົນ​ທີ່​ເສຍ​ຊີ​ວິດນັ້ນ​ໄດ້​ກາຍ​ເປັນ​ຫຼັກ​ຖານ​ຢັ້ງ​ຢືນ “ການ​ປະ​ລະ​ໄຊ​​ຂອງ​ອາ​ເມ​ຣິ​ກາ”. ເພື່ອ​​ຜົນ​ປະ​ໂຫຍດ​ດ້ານ​ການ​ເລືອກ​ຕັ້ງແລ້ວ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ຈຶ່ງ​ໃສ່​ຮ້າຍ​ປ້າຍ​ສີ​​ຈີນ​ເລື້ອຍໆ, ຫາ​ຂໍ້​ອ້າງ​ຕ່າງໆ​ຖິ້ມ​ໂທດ​ໃສ່​ປະ​ເທດ​ຈີນ.

“ຄວາມ​ເວົ້າ​ຫຼອກ​ລວງ 7 ນາ​ທີ” ເຮັດ​ໃຫ້ “ປະ​ເທດມະ​ຫາ​ອຳ​ນາດ​ພຽງໜຶ່ງ​ດຽວ​ໃນ​ໂລກ” ເສຍ​ໜ້າ​ທີ່​ສຸດ_fororder_641

ຄວາມ​ເວົ້າ​ຫຼອກ​ລວງ​ຂອງ​ອາ​ເມ​ຣິ​ກາ​ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ຍັງ​ເປັນ​ແບບ​ເກົ່າ​ຄືບໍ່​ມີ​ຫຼັກ​ຖານ​ທັງ​ບໍ່​ມີ​ເນື້ອ​ໃນ​ໃໝ່. ການ​ກະ​ທຳ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜາ​ໃຫ້​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ອາ​ເມ​ຣິ​ກາ​ຖື​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ເຊິ່ງ​ເປັນ​ເວ​ທີ​ຫຼາຍ​ຝ່າຍ​ກາຍ​ເປັນ “ເວ​ທີ​ສະ​ແດງ​ການ​ເມືອງ” ຂອງ​ຕົນ, ທັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ເຊິ່ງ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ພຽງໜຶ່ງ​ດຽວ​ໃນ​ໂລກ.

ບໍ່​ມີ​ປະ​ເທດ​ໃດ​​ສາ​ມາດ​ຄວບ​ຄຸມ​ວຽກ​ງານ​ຂອງ​ທົ່ວ​ໂລກ, ແລະ​ຄວບ​ຄຸມ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ອື່ນໆໄດ້. ປະ​ຊາ​ຄົມ​ໂລກ​ໄດ້​ກ້າວ​ອອກ​ຈາກ​ສະ​ໄໝ​ທີ່ໂຫດ​ຮ້າຍ​​ປ່າ​ເຖື່ອນເປັນ​ເວ​ລາ​ດົນ​ແລ້ວ, ອາ​ເມ​ຣິ​ກາ​ຄວນ​ຕື່ນ​ຈາກ​ຄວາມ​ຝັນໄດ້​ແລ້ວ. ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ຄວນ​ຖືກ​ໝິ່ນ​ປະ​ໝາດ, ປະ​ເທດ​ຕ່າງໆ​ໃນ​ໂລກ​ຈະ​ບໍ່​ຍອມ​ຮັບ​ຕໍ່ການ​ຂົ່ມ​ເຫັງ​ເຕັງ​ເຕັກ​ຂອງ​ອາ​ເມ​ຣິ​ກາ​ແບບ​ນີ້​ອີກ​ແລ້ວ.

ຄຳ​ເຫັນ

0