何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽ​ກ​ຮ້ອງ​ໃຫ້​ພິ​ຈາ​ລະ​ນາ​ເຖິງ​ການ​ບໍ​ລິ​ຫານໂລກ ແລະ ລັດ​ທິຫຼາຍ​ຝ່າຍ​ດ້ວຍ​ຮູບ​ການ​ປະ​ດິດ​ສ້າງ​ໃໝ່

2020-09-25 15:09:29 CRI

ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ, ໂດຍ​ຮຽ​ກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ ພິ​ຈາ​ລະ​ນາ​ເຖິງ​ການ​ບໍ​ລິ​ຫານ​ໂລກ ແລະ ລັດ​ທິຫຼາຍ​ຝ່າຍ​ດ້ວຍ​ຮູບ​ການ​ປະ​ດິດ​ສ້າງ​ໃໝ່, ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ໃນ​ສະ​ຕະ​ວັດ​ທີ 21.

 

ວັນ​ທີ 24 ກັນ​ຍາ​ນີ້, ໃນ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ລະ​ດັບ​ສູງ​ສຸດ​ໃນ​ຫົວ​ຂໍ້ “ການ​ບໍ​ລິ​ຫານໂລກຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19” ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ວິ​ກິດ​ການ​ລັກ​ສະ​ນະ​ຮອບ​ດ້ານ, ພາ​ໃຫ້​ມີ 30 ລ້ານ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວ ແລະ ເກືອບ 1 ລ້ານ​ຄົນ​ເສຍ​ຊີ​ວິດ. ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ມີ​ສະ​ພາບ​ການ​ຄື​ແນວ​ນີ້​ແມ່ນ​ຍ້ອນ​ວ່າ​ທົ່ວ​ໂລກ​ບໍ່​ໄດ້​ກຽມ​ພ້ອມ, ​ມີ​ການ​ຮ່ວມ​ມື ຄວາມ​ສາ​ມັກ​ຄີ ແລະ ການ​ຊ່ວຍ​ເຫຼືອ​ກັນ​ຢ່າງ​ບໍ່​ພຽງ​ພໍ. ໃນ​ການ​ທົດ​ສອບ​ຄັ້ງ​ນີ້, “ພວກ​ເຮົາ​ໄດ້​ປະ​​ລາ​ໄຊ​ໂດຍ​ພື້ນ​ຖານແລ້ວ”. ຖ້າ​ວ່າ​ປະ​ຊາ​ຄົ​ມ​ໂລກ​ຍັງ​ຮັບ​ມື​ດ້ວຍ​ຮູບ​ການ​ທີ່​ຂາດ​ຄວາມ​ສາ​ມັກ​ຄີ ແລະ ​ສັບ​ສົນ​ຄື​ເກົ່າ, ໃນ​ອະ​ນາ​ຄົດ​ຈະ​ເກີດ​ສິ່ງ​ທ້າ​ທາຍ​ໃນ​ລັກ​ສະ​ນະ​ໄພ​ພິ​ບັດຫຼາຍກວ່າ​ເກົ່າ.

 

ທ່ານ​ກູ​ເຕີ​ເຣັ​ສ​ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບົບບໍ​ລິ​ຫານ​ໂລກ​ທີ່​ມີ​ລັກ​ສະ​ນະ​ເດັດ​​ຂາດປະ​ສານ​ສົມ​ທົບ​ກັນ ຄ່ອງ​ແຄ້ວ ແລະ ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຊະ​ນິດ​ຕ່າງໆ​​ໄດ້​ທຸກ​ເວ​ລາ; ປະ​ຊາ​ຄົມ​ໂລກ​ຕ້ອງ​ການ​ລັດ​ທິຫຼາຍ​ຝ່າຍ​ໃນ​ລັກ​ສະ​ນະ​ເປັນ​ເຄືອ​ຂ່າຍ ໂດຍ​ຢູ່​ບົນ​ພື້ນ​ຖານ ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​​ທີ່​ມີລັກ​ສະ​ນະ​ທົ່ວ​ໂລກ ອົງ​ການ​ພາກ​ພື້ນ ​ສະ​ຖາ​ບັນ​ການ​ເງິນ​ສາ​ກົນ ແລະ ສະ​ຫະ​ພັນ​ສາ​ກົນ​ອື່ນໆ​ໄດ້​​ເພີ່ມຂຶ້ນກວ່າ​ເກົ່າ​ຢ່າງ​ແໜ້ນ​ແຟ້ນ.

ຄຳ​ເຫັນ

0