何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອບ​ໂຕ້​ຢ່າງ​ເຄັ່ງ​ຂຶມ​ຕໍ່​ການຕຳ​ໜິ​​ທີ່​ມີ​ເຈດ​ຕ​ະ​ນາຮ້າຍ​ຂອງ​​ອາ​ເມ​ຣິ​ກາ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

2020-09-25 14:21:23 CRI

ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ຈ່າງ​ຈຸ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທາງວີ​ດີ​ໂອ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ໂລກຫຼັງ​​ຈາກ​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ, ໂດຍ​ທ່ານ​ໄດ້​ຕອບ​ໂຕ້​ຢ່າງ​ເຄັ່ງ​ຂຶມ​ຕໍ່​​ການຕຳ​ໜິ​​ທີ່​ມີ​ເຈດ​ຕ​ະ​ນາຮ້າຍຂອງ​ຜູ້​ຕາງ​ໜ້າ​​ຖາ​ວອນ​ຂອງອາ​ເມ​ຣິ​ກາ​​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ມີ​ຕໍ່​ສ​ປ​ຊ ແລະ ປະ​ເທດ​ຈີນ.

 

ທ່ານ​ຈ່າງ​ຈຸ່ນ​ກ່າວ​ວ່າ, ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ່ວນຫຼາຍ​ໄດ້​ຮຽກ​ຮ້ອງ​ໃຫ້​ຍຶດ​ໝັ້ນ​​ໃນລັດ​ທິຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ ການ​ຮ່ວມ​ມື​ກັນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ. ແຕ່​ສິ່ງ​ທີ່​ໜ້າ​ເສຍ​ດາຍ ຄື ​ມີຜູ້​ຕາງ​ໜ້າ​ອາ​ເມ​ຣິ​ກາ​ໄດ້​​ປະ​ກອບ​ຄຳ​ເຫັນ​ທີ່​ບໍ່​ສ້າງ​ສັນ​ເຊິ່ງ​ຂັດ​ກັບ​ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ​ອີກ​ເທື່ອ​ໜຶ່ງ. ຈີນ​ເດັດ​ດ່ຽວ​ຄັດຄ້ານ​ ແລະ​​ບໍ່​ຍອມ​ຮັບ​ຕໍ່​ການ​ຕຳ​ໜິ​ທີ່​ໄຮ້​ເຫດ​ຜົນ​ຂອງ​ອາ​ເມ​ຣິ​ກາ.

 

ທ່ານ​ຈ່າງ​ຈຸ່ນ​ກ່າວ​ວ່າ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາຄື​ຊິ​ມີ​ອາ​ການທາງ​ຈິດ​ທີ່​ນິ​ຍົມ​ກ່າວ​ໂຈມ​ຕີ​ປະ​ເທດ​ອື່ນ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ການ​ກະ​ທຳ​ແບບ​ນີ້ ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​​ກຳ​ຈັດເຊື້ອ​ພະ​ຍາດ​​ໄດ້ເທົ່າ​ນັ້ນ, ແຕ່​ຍັງ​ຈະ​ກີດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ທົ່ວ​ໂລກ​​ທີ່​ສາ​ມັກ​ຄີ​​ກັນຕ້ານ​ກັບ​ພະ​ຍາດ​​ທີ່​ຮ້າຍ​ແຮງ​ນີ້.

 

ທ່ານ​ກ່າວ​ຕື່ມ​ວ່າ, ອາ​ເມ​ຣິ​ກາ​ຄວນ​ຮັບ​ຮູ້​ວ່າ, ການ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19ເປັນ​ຍ້ອນ​ຕົວ​ເອງ. ນັບ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ເກືອບ 7 ລ້ານ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພ​ະ​ຍາດ​ໂຄວິດ-19,  2 ແສນກວ່າ​ຄົນ​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ດັ່ງ​ກ່າວ. ອາ​ເມ​ຣິ​ກາ​ມີ​ເຕັກ​ນິກ​ການ​ແພດ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໂລກ ແລະ ລະ​ບົບ​ການ​ປິ່ນ​ປົວ​ທີ່​ຄົບ​ຖ້ວນ​ທີ່​ສຸດ, ແຕ່ເປັນ​ຫຍັງ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຜູ້​ເປັນ​ພະ​ຍາດ ແລະ ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໂຄວິດ-19 ຫຼາຍ​ທີ່​ສຸດ​ໃນ​ໂລກ. ຕົວ​ເລກ​ສະ​ຖິ​ຕິ​ທີ່​ອາ​ເມ​ຣິ​ກາ​ເອງ​ເຜີຍ​ແຜ່​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມ​ຄົນ​ເຊື້ອ​ຊາດ​ສ່ວນ​ໜ້ອຍ​ຢູ່​ອາ​ເມ​ຣິ​ກາ​ມີ​ອັດ​ຕາ​ຕິດ​ພະ​ຍາດ ແລະ ອັດ​ຕາ​ເສຍ​ຊີ​ວິດ​ສູງກວ່າປົກ​ກະ​ຕິ, ເຊິ່ງ​ບໍ່​ສົມ​ດຸນ​​ກັບ​ອັດ​ຕາປະ​ຊາ​ກອນ. ນັກ​ການ​ເມືອງ​ບາງ​ຄົນ​ຄວນ​ໃຫ້​ຄຳ​ຕອບ​ຕາມ​ຄວາມ​ຈິງ​ຕໍ່​ກັບ​ບັນ​ຫາ​ເຫຼົ່າ​ນີ້​ກ່ອນ​ຈະ​ໄປ​ຕຳ​ໜິ​ຜູ້​ອື່ນ. ຖ້າ​ວ່າ​ຕ້ອງ​ມີ​ຄົນ​ຮັ​ບ​ຜິ​ດ​ຊອບ​ຕໍ່​ບັນ​ຫາ​ເຫຼົ່າ​ນີ້, ກໍ​ຕ້ອງ​ແມ່ນ​ນັກ​ການ​ເມືອງ​ບາງ​ຄົນ​ຂອງ​ອາ​ເມ​ຣິ​ການັ້ນ​ແຫຼະ​ບໍ່​ແມ່ນ​ຜູ້​ອື່ນດອກ.

ຄຳ​ເຫັນ

0