覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ອັງ​ກິດກ່າວ​ວ່າ ​ໂລກ​ຄວນ​ຮັບ​ຟັງບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ

2020-09-25 17:37:07 ​cri

ວາ​ລະ​ສານ Nature ຂອງ​ອັງ​ກິດ​ສະ​ບັບ​ວັນ​ທີ 23 ກັນ​ຍາ​ນີ້​ໄດ້​ລົງ​ບົດ​ຄວາມ​ໂດຍ​​ຊີ້​ອອກ​ວ່າ: ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ບໍ​ລິ​ຫານ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ, ​ສະ​ນັ້ນ, ໂລກ​ຄວນ​ຮັບ​ຟັງບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນຂອງນັກ​ວິ​ທະ​ຍາ​ສາດ​ຈີນ.
 

ບົດ​ຄວາມ​ໄດ້​ອີງ​ໃສ່ “ວິ​ໄສ​ທັດ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ”​ສະ​ບັບ​ທີ 5 ເຊິ່ງກອງ​ເລ​ຂາ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນເປີດ​ເຜີຍ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ, ໃນ20​ເປົ້າ​ໝາຍ ​ກ່ຽວ​ກັບ​ການ​ອະ​ນຸ​ລັກຊີ​ວະ​ນາ​ນາ​ພັນ ແລະ​ສິ່ງ​ແວດ​ລ້ອມນິ​ເວດ ​ທີ່​ທົ່ວ​ໂລກ​ໄດ້​ຕັ້ງ​ຂຶ້ນ​ໃນ​ປີ 2010 ເຊິ່ງ​ຕາມ​ແຜນ​ການ​ຈະ​ໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ​ໃນ​ປີ 2020ນັ້ນ, ນອກ​ຈາກ​ມີ 6 ເປົ້າ​ໝາຍ​ໄດ້​ບັນ​ລຸ​ສ່ວນ​ໃດ​ສ່ວນ​ໜຶ່ງ​ແລ້ວ, ເຫຼືອ​ນັ້ນ​ລ້ວນ​ແຕ່​​ຍັງບໍ່​ທັນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ເທື່ອ. ປີ 2019, ບັນ​ດາ​ປະ​ເທດ​ໄດ້​ດຳ​ເນີນ​​ໂຄງ​ການການ​ວິ​ໄຈ​ກ່ຽວ​ກັບ​ຊີ​ວະ​ນາ​ນາ​ພັນ ເຊິ່ງ​ຜົນ​ຂອງ​ການ​ວິ​ໄຈສະ​ແດງ​ໃຫ້​ເຫັນ​ວ່າ: ສັດ​ແລະ​ພືດ​ປະ​ມານ 1 ລ້ານ​ຊະ​ນິດ​ກຳ​ລັງ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ພັນ.
 

 ກອງ​ປະ​ຊຸມ​ພາ​ຄີ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ຊີ​ວະ​ນາ​ນາ​ພັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ຂອງ​ຈີນ​ໃນ​ປີ 2021, ເຊິ່ງກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ “ຂອບ​ຊີ​ວະ​ນາ​ນາ​ພັນຫຼັງ​ປີ 2020” ທັງ​ຕັ້ງ​ເປົ້າ​ໝາຍ​ໃໝ່​ກ່ຽວ​ກັບ​ຊີ​ວະ​ນາ​ນາ​ພັນ​ທົ່ວ​ໂລກ​ລະ​ຫວ່າງ​ປີ2021-2030.
 

ບົດ​ຄວມ​ຂຽນ​ວ່າ: ຈີນ​ມີ​ບົດ​ຮຽນ​​ທີ່​ສະ​ສົມ​ມາເປັນ​ເວ​ລາຫຼາຍ​​ສິບ​ປີ​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ ກັບ​ການ​ຄວບ​ຄຸມ​ຜົນ​ເສຍ​ຫາຍ​​ທີ່​ມີ​ຕໍ່​ຊີ​ວະ​ນາ​ນາ​ພັນ​ແລະ​ລະ​ບົບ​ນິ​ເວດ​ໃຫ້​ມີ​ຄວາມ​ສົມ​ດຸນ​ກັນ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ຊຸກ​ຍູ້​ວຽກ​ງານ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ. ນັກ​ວິ​ທະ​ຍາ​ສາດ​ຈີນ​ເປັນ​ແກນ​ກາງ​ໃນ​ການຊຸກ​ຍູ້​ການ​ອະ​ນຸ​ລັກສິ່ງ​ແວດ​ລ້ອມນິ​ເວດ ກັບ ​​ການພັດ​ທະ​ນາ​ເສດ​ຖະ​ກິດ​​ໃຫ້​ສາ​ມາດໄປ​ຄຽງ​ຄູ່​ກັນ​​ໄດ້ມາ​ໂດຍ​ຕະຫຼອດ, ບົດ​ຮຽນ​ຂອງ​ເຂົາ​ເຈົ້າ​ສາ​ມາດ​ຖື​ເປັນ​ໂອ​ກາດ​ສຳ​ຄັນ​ໃຫ້​ປະ​ເທດ​ອື່ນ​ຖອດ​ຖອນ​ຮ່ຳ​ຮຽນ​ເພື່ອ​ຊ່ວຍກອບ​ກູ້​ຊີ​ວະ​ນາ​ນາ​ພັນ​ແລະ​ປົກ​ປ້ອງ​ລະ​ບົບ​ນິ​ເວດ.

ຄຳ​ເຫັນ

0