覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍັງ​ແມ່ນ​ປະ​ເທດ​ໜ້າລົງ​ທຶນສຳ​ລັບ​ນັກ​ລົງ​ທຶນປະ​ເທດ​ຕ່າງໆ​ຄື​ເກົ່າ

2020-09-25 17:30:40 ​cri

ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຈີນ​ຍັງ​ແມ່ນ​ປະ​ເທດໜ້າ​ລົງ​ທຶນສຳ​ລັບ​ນັກ​ລົງ​ທຶນ ​ປະ​ເທດ​ຕ່າງໆຄື​ເກົ່າ ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ.


ທ່ານ​ກ່າວ​ເຟີ່ງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​ພວມ​ມີ​ຄວາມ​ສ່ຽງທີ່ຈະ​ຊຸດ​ໂຊມ​ລົງ, ການ​ລົງ​ທຶນ​ຂ້າມ​ຊາດ​ໃນ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ໜັກ​ໜ່ວງ. ແຕ່​ເຖິງວ່າ​ເປັນ​ແນວ​ນີ້ກໍ​ຕາມ, ຈີນຍັງສາມາດຮັກສາທ່ວງທ່າທີ່ດີໂດຍ​ລວມສຳລັບການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ. ທ່ານ​ໄດ້​ອີງ​ໃສ່ຜົນ​ການ​ສຳຫຼວດ​ທີ່ສະພາ​ການ​ຄ້າ​ອາ​ເມ​ຣິ​ກາ-ຈີນ​ປະ​ກາດ​ໃນ​ຫວ່າງມໍ່ໆ​ມາ​ນີ້​ວ່າ: ວິ​ສາ​ຫະ​ກິດ​ທີ່​ໄດ້​ໃຫ້​ສຳ​ພາດ​ນັ້ນ ມີ 83% ຍັງ​ຖື​ປະ​ເທດ​ຈີນ​ເປັນ​ໜຶ່ງ​ໃນ​ຕະຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ: ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕະຫຼາດ​ຈີນ. ທ່ານ​ກ່າວ​ວ່າ: ຈີນ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີຂຶ້ນ, ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ​ຮ່ວມ​ກັບ​ນັກ​ລົງ​ທຶນ​ຂອງ​ບັນ​ດາ​ປະ​ເທດ.

 

ອີງ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ຈີນ, ມູນ​ຄ່າ​ການລົງທຶນຂອງ​ຕ່າງ​ປະ​ເທດ​ທີ່​ນຳ​ໃຊ້​ຈິງ​ຢູ່​ຈີນ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້​ໄດ້​ເພີ່​ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 2,6%, ໃນ​ນັ້ນ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ການລົງທຶນຂອງ​ຕ່າງ​ປະ​ເທດຕົວ​ຈິງ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​​ນີ້ມີ​ເຖິງ 18,7%.

ຄຳ​ເຫັນ

0