覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ເປີ​ດໄຟ​ຂຽວ​ໃຫ້​ບຸກ​ຄົນ​ແລະ​ສິນ​ຄ້າ​ຫຼາຍ​ຂຶ້ນກວ່າ​ເກົ່າ​​ບົນ​ພື້ນ​ຖານ​ທີ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

2020-09-25 11:05:43 cri

 ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ໃນ​ວັນ​ທີ 24 ກັນ​ຍາ​ນີ້​ວ່າ: ບົນ​ພື້ນ​ຖານ​​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ຈີນ​ຈະ​ເປີດ “ຊ່ອງ​ທາງວ່ອງ​ໄວ​ສະ​ດວກ”​ສຳ​ລັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄົນ​ແລະ​ເປີດ “​ໄຟ​ຂຽວ”​ສຳ​ລັບ​ການ​ຜ່ານ​ດ່ານ​ຂອງ​ສິນ​ຄ້າ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ.
 

ວັນ​ທີ 22 ກັນ​ຍາ​ນີ້,​ກອງ​ປະ​ຊຸມອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ພັດ​ທະ​ນາໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ເຊິ່ງ​ຊີ້​ໃຫ້​ເຫັນ​ວ່າ ຄາດ​ວ່າ ປີ​ນີ້ ເສດ​ຖະ​ກິດ​ໂລກ​ຈະຕົກ​ຕ່ຳ​ລົງ 4,3%, ແຕ່​ເສດ​ຖະ​ກິດ​ຈີນ​ຍັງ​ຈະ​ເຕີບ​ໂຕ​ຄື​ເກົ່າ. ເຈົ້າ​ໜ້າ​ທີ່​ກອງ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ພັດ​ທະ​ນາຢືນ​ຢັນ​ວ່າ ຈີນ​ມີ​ຊ່ອງ​ທາງ​ກວ້າງໃຫຍ່​ສົມ​ຄວນ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​, ເຊື່ອ​ໝັ້ນ​ວ່າ ຈີນ​ຈະ​ສາ​ມາດ​ເປີດກວ້າງ​ຂະ​ໜາດ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ໄດ້ຢ່າງ​ໜັກ​ແໜ້ນ​ທັງ​ສ້າງ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ​ໂລກ.
 

 ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ​ບົນ​ພື້ນ​ຖານປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ຈີນ​ຈະ ເປີດ “ຊ່ອງ​ທາງວ່ອງ​ໄວ​ສະ​ດວກ”​ສຳ​ລັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄົນ​ແລະ​ເປີດ “​ໄຟຂຽວ”​ສຳ​ລັບ​ການ​ຜ່ານ​ດ່ານ​ຂອງ​ສິນ​ຄ້າ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ທຸ​ລະ​ກິດ​ຂ້າມ​ຊາດ. ຈີນ​ຍັງ​ຈະ​ຍຶດ​ໝັ້ນ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ສືບ​ຕໍ່​ຜ່ອນ​ຄາຍ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​​ວິ​ສາ​ຫະ​ກິດທຶນ​ຕ່າງ​ປະ​ເທດ, ສ້າງ​ສະ​ພາບ​ແວດ​ລ້ອມ​ຕະຫຼາດ​ທີ່​ສະ​ເໝີ​ພາບ​ກັນ​ແລະ​ມີ​ການ​ແຂ່ງ​ຂັນ​ທີ່​ຍຸ​ຕິ​ທຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກປະ​ສານ​ສົມ​ທົບ​ກັນ​ເພື່ອຊຸກ​ຍູ້​ວຽກ​ງານ​ປ້ອງ​ກັນ,ຄວບ​ຄຸມ​ພະ​ຍາດ ແລະການ​ພັດ​ທະ​ນາ​ເສດ​ຖະ​ກິດ,ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ເອົາ​ຊະ​ນະ​ພະ​ຍາດ​ໂດຍ​ໄວ ທັງ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່.

ຄຳ​ເຫັນ

0