覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: “​​ຂໍ້ກຳ​ນົດກ່ຽວ​ກັບບັນ​ຊີ​ລາຍ​ຊື່​ຫົວ​ໜ່ວຍ​ທຸ​ລະ​ກິດທີ່ບໍ່​ໜ້າ​ເຊື່ອ​ຖື” ບໍ່​ໄດ້​ກຳ​ນົດ​ລາຍ​ຊື່​ຂອງວິ​ສາ​ຫະ​ກິດ​ລ່ວງ​ໜ້າ.

2020-09-25 17:17:07 cri

ຫວ່າງກ່ອນ​ນີ້, “ຂໍ້ກຳ​ນົດກ່ຽວ​ກັບບັນ​ຊີ​ລາຍ​ຊື່ຫົວໜ່ວຍທຸລະກິດທີ່ບໍ່​ໜ້າ​ເຊື່ອຖື” ຂອງ​ຈີນ​ໄດ້​ສຳ​ເລັດ​ຂັ້ນ​ຕອນທາງ​ດ້ານນິ​ຕິ​ບັນ​ຍັດແລ້ວ ແລະໄດ້​ເປີດ​ເຜີຍ​ຕໍ່​ພາຍນອກ. ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ຢູ່​ປັກ​ກິ່ງວ່າ: ຂໍ້ກຳ​ນົດສະບັບ​ດັ່ງ​ກ່າວຈະ​ບໍ່​ແນ່​ໃສ່​ປະ​ເທດ​ໃດ​ໜຶ່ງ​ຫຼື​ວິ​ສາ​ຫະ​ກິດ​ໃດ​ໜຶ່ງ, ບໍ່​ໄດ້​ກຳ​ນົດ​ລາຍ​ຊື່​ຂອງວິ​ສາ​ຫະ​ກິດ​ລ່ວງ​ໜ້າ.
 

ທ່ານ​ກ່າວ​ເຟີ່ງ​ກ່າວ​ວ່າ: “ວິ​ສາ​ຫະ​ກິດ​ແຫ່ງ​ໃດ​ຈະ​ຖືກ​ຈັດເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ປະ​ພຶດ​ຂອງວິ​ສາ​ຫະ​ກິດ​ນັ້ນເອງ, ໂດຍບໍ່​ໄດ້​ກຳ​ນົດ​ລາຍ​ຊື່​ຂອງວິ​ສາ​ຫະ​ກິດ​ລ່ວງ​ໜ້າ. ກົນ​ໄກ​ການ​ເຮັດ​ວຽກ​ຈະ​ອີງ​ຕາມຂໍ້ກຳ​ນົດຢ່າງ​ເຂັ້ມ​ງວດ ໂດຍ​ຈະ​ເຮັດ​ວຽກ​ຢ່າງ​ຕັ້ງ​ໃຈ, ຕາມ​ກົດ​ໝາຍ ແລະ​ສຸ​ຂຸມ​ຮອບ​ຄອບ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ກໍ ຄື: ຈຸດ​​ຢືນຂອງລັດ​ຖະ​ບານ​ຈີນທີ່​ຈະ​ຍຶດ​ໝັ້ນໃນການລົງ​ເລິກ​ການ​ປະ​ຕິ​ຮູບ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ເດັດ​ດ່ຽວປົກປ້ອງ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງຫົວໜ່ວຍທຸລະກິດປະ​ເພດ​ຕ່າງໆໃນຕະຫຼາດ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ, ຫົວໜ່ວຍທຸລະກິດຕ່າງ​ປະ​ເທດ​ທີ່​ມີຄວາມ​​ໜ້າເຊື່ອຖື​ແລະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍບໍ່​ຕ້ອງ​ມີ​ຄວາມກັງວົນຕໍ່ຂໍ້ກຳ​ນົດນີ້.”

ຄຳ​ເຫັນ

0