蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​​ຕໍ່ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ແລະ​ ​ການສະ​ໜັບ​ສະ​ໜູ​ລັດ​ທິຫຼາຍ​ຝ່າຍ​ຍັງ​ຄົ​ງແມ່ນ​ສຽງ​ຮຽກ​ຮ້ອງ​​ຂອງ​ຄົນສ່ວນຫຼາຍ​​ໃນ​ໂລກ

2020-09-25 15:52:54 CRI

ການ​​ຕໍ່ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ແລະ​ ​ການສະ​ໜັບ​ສະ​ໜູ​ລັດ​ທິຫຼາຍ​ຝ່າຍ​ຍັງ​ຄົ​ງແມ່ນ​ສຽງ​ຮຽກ​ຮ້ອງ​​ຂອງ​ຄົນສ່ວນຫຼາຍ​​ໃນ​ໂລກ_fororder_ab147158bef84deab24e54f8c3a4ff47

 

ການ​​ຕໍ່ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ແລະ​ ​ການສະ​ໜັບ​ສະ​ໜູ​ລັດ​ທິຫຼາຍ​ຝ່າຍ​ຍັງ​ຄົ​ງແມ່ນ​ສຽງ​ຮຽກ​ຮ້ອງ​​ຂອງ​ຄົນສ່ວນຫຼາຍ​​ໃນ​ໂລກ_fororder_af03e52834da4ab0a382ed8e77c54ba1

ຕອນ​ຄ່ຳ​ວັນ​ທີ 23 ກັນ​ຍາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ໂ​ຕ​ນິ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ທາງວິ​ດີ​ໂອ ໂດຍ​ທ່ານ​ກ່າວ​ເນັ້ນ​ວ່າ: “ໃນ​ໂລກ​ນີ້​ມີ​ແຕ່​ລະ​ບົບ​ດຽວ, ນັ້ນ​ກໍ​ຄື​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​​ແກນ​ກາງ; ມີ​ແຕ່​ລະ​ບຽບ​ການ​ດຽວ, ນັ້ນ​ກໍ​ຄືລະ​ບຽບ​ການ​ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ສາ​ກົນ ທີ່​ຖື​ກົດ​ບັດ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ເປັນ​ພື້ນ​ຖານ.” ເຊິ່ງ​ໄດ້​ສົ່ງ​ສັນ​ຍານ​ອັນ​ຈະ​ແຈ້ງ​ວ່າ: ຈີນ​​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ຝ່າຍ​ຈີນ​ເທົ່າ​ນັ້ນ, ​ທັງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີ​ຍ​ແຜ່​ຜົນ​ການ​ສຳຫຼວດ “ຂໍ້​ລິ​ລີ່ມ 75 ປີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​​ແບບ​ສອບ​ຖາມ​ 1 ລ້ານ​ຄົນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ມີ​ເຖິງ 74% ເຫັນ​ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​​ອົງ​ການ “ທີ່​ໂລກ​ຂາດ​ບໍ່​ໄດ້​ ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. ຫວ່າງ​ມໍ່ໆ​ມາ​ນີ້, ສູນ​ຄົ້ນ​ຄ​ວ້າ​ພິ​​ຢູ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ຜົນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ຊາວອາ​ເມ​ຣິ​ກາ, ອັງ​ກິດ, ຝ​ຣັ່ງ, ຍີ່​ປຸ່ນ ແລະ ປະ​ເທດ​ອື່ນໆ​ທີ່​ໄດ້​ຜົນ​ສະຫຼຸບ​ວ່າ: ເຖິງວ່າ​ລັດ​ຖະ​ບານ​ທ​ຣຳ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຄັດ​ຄ້ານ​ການ​ກຳ​ນົດນະ​ໂຍ​ບາຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເລື້ອຍໆ, ແຕ່​ອັດ​ຕາ​ສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ພັດສູງ​ເຖິງ 61% ແລະ ເທົ່າ​ກັນ​ກັບ​ໄລ​ຍະ​​ທີ່ລັດ​ຖະ​ບານ​ໂອ​ບາ​ມາ​ບໍ​ລິ​ຫານ​ປະ​ເທດ. ສະ​ນັ້ນ, ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ: ການ​ຕໍ່​ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ແລະ​ ​ການສະ​ໜັບ​ສະ​ໜູ​ລັດ​ທິຫຼາຍ​ຝ່າຍ​ຍັງ​ຄົ​ງ​ແມ່ນ​ສຽງ​ຮຽກ​ຮ້ອງຂອງ​ຄົນ​ສ່ວນຫຼາຍ​ຂອງ​ໂລກ.

ການ​​ຕໍ່ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ແລະ​ ​ການສະ​ໜັບ​ສະ​ໜູ​ລັດ​ທິຫຼາຍ​ຝ່າຍ​ຍັງ​ຄົ​ງແມ່ນ​ສຽງ​ຮຽກ​ຮ້ອງ​​ຂອງ​ຄົນສ່ວນຫຼາຍ​​ໃນ​ໂລກ_fororder_c1ef2c90610c4b0a89e0fcbc568099ac

ຄຳ​ເຫັນ

0