吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກຮ້ອງ​ໃຫ້​ສະມາຄົມ​ນັກ​ຂ່າວ​ຕ່າງປະ​ເທດ​ປະຈຳ​ຮົງ​ກົງຢຸດຕິການແຊກ​​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງ

2020-09-25 16:26:48 cri

ວັນ​ທີ 24 ກັນຍາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງການ​ວ່າ: ສະມາຄົມ​ນັກຂ່າວ​ຕ່າງປະ​ເທດ​ປະຈຳເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຄວນ​ຢຸດຕິ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ​ດ້ວຍ​ຂໍ້​ອ້າງ “​ເສລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ” ທັນທີ.

​ເມື່ອ​ບໍ່​ດົນ​ມາ​ນີ້, ຫ້ອງການ​ຜູ້ຕາງໜ້າກະຊວງ​ການ​ຕ່າງປະ​ເທດຈີນ​ປະຈຳ​ຮົງ​ກົງ​ໄດ້​ອອກ​ຖະ​ແຫຼ​ງການ: ກ່າວ​ເຕືອນສະມາຄົມ​ນັກ​ຂ່າວ​ຂອງ​ຕ່າງປະ​ເທດ​ປະຈຳ​ຮົງ​ກົງ ຫຼື FCC ຈົ່ງ​ຢຸດຕິ​ການ​ກະທຳ​ທ້າທາຍ​ເກາະ​ຜິດ​ດ້ວຍ​ການສະ​ແດງ​ຄວ​າມຄິດ​ເຫັນ​ກ່ຽວ​ກັບອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​​ໃນ​ມໍ່ໆ​ນີ້. ​​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຕຳຫຼວດ​ຮົງ​ກົງ​ໄດ້ຢືນຢັນ​ວ່າ: ການດັດ​ແກ້​ກົດໝາຍທີ່​ກ່ຽວຂ້ອງ​ຈະ​ຊ່ວຍ​ຕຳຫຼວດ​ໃຫ້ການ​ປະສານ​ງານ​ກັບ​​ສື່​ມວນ​ຊົນ​ພາຍ​ໃຕ້​ສະພາບ​ການ​ທີ່​ບໍ່ກະທົບ​ເຖິງປະສິດທິພາບ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕຳຫຼວດ, ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ຮັບປະກັນ​ສິດທີ່​ຖືກຕ້ອງ​ຕາມກົດໝາຍ​ຂອງ​ສື່​ມວນ​ຊົນ ​ແລະ​ນັກ​ຂ່າວທີ່​ມີ​ຄຸນ​ວຸດ​ທິ. ຂະນະ​ດຽວ​ກັນ, ທ່ານ​ກ່າວ​ຕື່ມວ່າ: ຂໍ​ພຽງ​ແຕ່​ສື່​ມວນ​ຊົນ ​ແລະ​ນັກ​ຂ່າວ​​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຮົງ​ກົງ​ປະຕິບັດ​ຕາມ​ກົດໝາຍ ​ແລະ​​ລະບຽບ​ການທຸກຢ່າງ, ກໍ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ເຕັມ​ສ່ວນ. ພວກ​ເຮົາ​ສະໜັບສະໜູນ​ຂະ​​ແໜງການ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ​ການ​ບໍລິການ​ສື່​ມວນ​ຊົນ​ຕາມ​ກົດໝາຍ.

ຄຳ​ເຫັນ

0