何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາ​ກັນ​ທ່ຽວ​ຊົມ​ງານ​ກາ​ຕູນ​ສາ​ກົນ​ຈີນ​ຄັ້ງ​ທີ 16

2020-10-02 17:17:01 CRI

 ວັນທີ 29 ກັນ​ຍາ ຫາ​ວັນ​ທີ 4 ຕຸ​ລາ ​2020 ນີ້, ງານກາ​ຕູນ​ສາ​ກົນ​ຈີນ​ຄັ້ງ​ທີ 16 ພາຍ​ໃຕ້​ຫົວ​ຂໍ້ “​ເມືອງແຫ່ງ​ກາ​ຕູນ,ສຳ​ຜັດ​ອະ​ນາ​ຄົດ​ແຫ່ງ​ອັດ​ສະ​ລິ​ຍະ”ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​​ຫາງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ​ ປ​ສ ຈີນ. ງານ​ກາ​ຕູນ​ຄັ້ງ​ນີ້​ໄດ້​ຈັດ​ກິດ​ຈະ​ກຳ 40 ກວ່າ​ລາຍກ​ານ​ເຊັ່ນ: ງານ​ວາງ​ສະ​ແດງ, ເວ​ທີ​ປຶກ​ສາ​ຫາ​ລື, ການ​ແຂ່ງ​ຂັນ​ເປັ​ນຕົ້ນ. ​ນັບ​ຕັ້ງແຕ່​ປີ 2005 ເປັນ​ຕົ້ນ​ມາ​,ງານ​ກາ​ຕູນ​ສາ​ກົນ​ຈີນ​ໄດ້​ຈັດ​ຂຶ້ນ​ມາ​ແລ້ວ 16 ຄັ້ງ​ຢູ່​ນະ​ຄອນ​ຫາງ​ໂຈ່ວ, ເຊິ່ງ​ເປັນ​ງານ​ມະຫາກຳວິ​ຊາ​ການຂະ​ແໜງກາ​ຕູນທີ່​ມີຂະ​ໜາດ​ໃຫຍ່​ທີ່​ສຸດ, ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ທີ່​ສຸດ​ແລະ​ມີ​ຊື່​ສຽງຫຼາຍທີ່​ສຸດ​ຂອງ​ຈີນ. ​ໂດຍ​ນຳ​ໃຊ້​ໂອ​ກາດ​ການ​ຈັດງານ​ກາ​ຕູນ​ສາ​ກົນ, “​ເມືອງ​ແຫ່ງກາ​ຕູນ” ເຊິ່ງ​ເປັນ​ສັນ​ຍາ​ລັກ​ດ້ານວັດ​ທະ​ນະ​ທຳ​​ຕົວ​ເມືອງຂອງ​ຫາງ​ໂຈ່ວ​ມີ​ຊື່​ສຽງ​ນັບ​ມື້​ນັບ​​ສູງ​ເດັ່ນ​ຂຶ້ນ. 

 

ຄຳ​ເຫັນ

0