曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິສາຫະກິດຂະໜາດໃຫຍ່ 500 ກວ່າແຫ່ງຢູ່ອາເມຣິກາຮ້ອງຂໍລົ້ມລະລາຍ

2020-10-13 16:01:29 cri

ເນື່ອງ​ຈາກ​ຜົນ​ກະ​ທົບ​​ຈາກສະ​ພາບ​ພະ​ຍາດ​ໂຄວິດ-19, ປີ​ນີ້, ຈຳ​ນວນວິ​ສາ​ຫະ​ກິດ​ທີ່​ລົ້ມ​​ລະ​ລາຍ​ຢູ່ປະ​ເທ​ດ​ຕ່າງໆທົ່ວ​ໂລກ​​ໄດ້ເພີ່ມ​ຂຶ້ນ​ຢ່າງ​​ຈະ​ແຈ້ງ, ໃນນັ້ນ, ຢູ່​ອາ​ເມ​ລິ​ກາມີ​ສະ​ພາບ​ໜັກ​ໜ່ວງ​ທີ່​ສຸດ, ອີງ​ຕາມສະ​ຖິ​ຕິ​ກ່ຽວ​ຂ້ອງ, ປີ​ນີ້ໄດ້​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​​ໃຫຍ່ 500 ກວ່າ​ແຫ່ງ​ຢູ່​ອາ​ເມ​ຣິ​ກາໄດ້​ຮ້ອງ​ຂໍ​ລົ້ມ​ລະ​ລາຍ, ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 10 ປີ​ມາ​ນີ້, ໃນ​​ຈຳ​ນວນວິ​ສາ​ຫະ​ກິດ​ທີ່​ຮ້ອງ​ຂໍ​ລົ້ມ​​ລະ​ລາຍ, ວິ​ສາ​ຫະ​ກິດ​ການ​ບໍ​ລິ​ໂພກ, ອຸດ​ສາ​ຫະ​ກຳ​ແລະ​ພະ​ລັງ​ງານກວມ​ສ່ວນ​ຫຼາຍ. ໃນ​ຂະ​ນະ​ດຽວ​ກັນ, ຍັງ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍໄດ້​ປິດ​ກິດ​ຈະ​ການ​ໂດຍ​ກົງ.

ທ່ານ​ແອດ​ເວີດ ອາວ​ແມນ ສາ​ສະ​ດ​າ​ຈານ​ກິດ​ຕິ​ມະ​ສົກຂອງ​ສະ​ຖາ​ບັນ​ທຸ​ລະ​ກິດສະ​ເຕີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນິວຢອກ​ກ່າວ​ວ່າ, ຖ້າ​ໃນ​​ວັນຂ້າງ​ໜ້າ​ຍັງ​​ມີ​ທ່າ​ອ່ຽງລົ້ມ​​ລະ​ລາຍ​ສູງ​ປານ​ນີ້, ​ເມື່ອຮອດ​ທ້າຍ​ປີ​ນີ້, ​​ອາ​ເມ​ລິ​ກາອາດ​ຈະ​ມີວິ​ສາ​ຫະ​ກິດ​ທີ່​ມີ​​ຊັບ​ສິນຂະ​ໜາດ 1 ຕື້​ໂດ​ລາ​ຫຼາຍກວ່າ 65ແຫ່ງ​ລົ້ມ​​ລະ​ລາຍ. ກ່ອນ​ໜ້າ​ນີ້, ໃນ​ໄລ​ຍະ​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ, ມີ​ວິ​ສາ​ຫະ​ກິດ​ລົ້ມ​ລະ​ລາຍ​ຫຼາຍ​ສຸດໃນ​ປີ 2009 ແມ່ນ 49 ແຫ່ງ, ປີ​ນີ້​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່.

ຄຳ​ເຫັນ

0