郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ອາດ​ຈະ​ຈັດລາຍ​ຊື່​ເພື່ອ​ຕິດ​ຕາມ​ຄວບ​ຄຸ​ມ​ບໍ​ລິ​ສັດ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກຂັ້ນ​ສູງ,ອາດ​ຈະ​ສົ່ງ​ຜົນ​ໃຫ້ຄວາມ​ຂັດ​ແຍ້ງ​ກັນ​ທາງ​ການ​ຄ້າ​ລະ​ຫວ່າງ​ເອີ​ຣົບ​ກັບ​ອາ​ເມ​ຣິ​ກາ​​ຮຸນ​ແຮງ​ຂຶ້ນ​ຕື່ມ

2020-10-13 16:55:15 cri

图片默认标题_fororder_360858327
   ໜັງ​ສື​ພິມ​ໄຟ​ນານ​ໂຊ ​ທາມສຂອງ​ອັງ​ກິດ​ສະ​ບັບວັນ​ທີ11ຕຸ​ລານີ້ລາຍ​ງານ​ວ່າ, ສະ​ຫະ​ພາບ​ເອີ​ຣົບ​ກຳ​ລັງມີ​ແຜນ​ຈະ​ຈັດ​ລາຍ​ຊື່​ເພື່ອ​ຕິດ​ຕາມ​ຄວບ​ຄຸ​ມບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກອິນ​ເຕີ​ເນັດ​ຂະ​ໜາດ​ໃຫຍ່,ແລະ​ພິ​ຈາ​ລະ​ຈາ​ຈະ​​ວາງ​ຂໍ້​ກຳ​ນົດ​ໃໝ່​ເພື່ອ​ຈຳ​ກັດ​ສິດເຂົ້າ​ເຖິງຕະຫຼາດຂອງ​ເຂົາ​ເຈົ້າ,ເພີ່ມການ​ແ​ຂ່ງ​ຂັນກັນ​​ໃນ​ຕະ​ຫຼ​າດ. ​ມີ​ນັກ​ວິ​ເຄາະ​ຊີ້​ອອກວ່າ,ວິ​ສາ​ຫະ​ກິດໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງ​ຂອງ​ອາ​ເມ​ຣິ​ກາ​ອາ​ດ​ຈະ​ໄດ້​ຮັບ​ຜົນກະ​ທົບອັນ​ໃຫຍ່​ຫຼວງ,ເຊິ່ງ​ອາດ​ຈະ​​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນທາງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ເອີ​ຣົບ​ກັບ​ອາ​ເມ​ຣິ​ກາ​ຮ້າຍ​​ແຮງ​ຂຶ້ນຕື່ມ.

   ​​ຕາມການລາຍ​ງານ​ຂອງໜັງ​ສື​ພິມ​ດັ່ງ​ກ່າວ, ລາຍ​ຊື່​ສະ​ບັບ​ນີ້​ອາດ​ຈະ​ລວມ​ທັງບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອິນ​ເຕີ​ເນັດ​20ແຫ່ງ,ທີ່​ມີ​ບໍ​ລິ​ສັດແອ​ເປີນ​ແລະກູ​ໂກວ​ເປັນ​ຕົ້ນ.ແຕ່​ການ​ລາຍ​ງານ​ກໍລະ​ບຸວ່າ,ລາຍ​ຊື່​ທີ່​ລະ​ອຽດ​ແລະ​ມາດ​ຖານ​ຂອງ​ຂໍ້​ກຳ​ນົດ​ຍັງ​​ພວມປຶກ​ສາ​ຫາ​ລື​ກັນ​ພາຍ​ໃນ​ສະ​ຫະ​ພາບ​ເອີ​ຣົບ​ຢູ່.

图片默认标题_fororder_1689181745

ຄຳ​ເຫັນ

0