李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ຄາດ​ວ່າ, ເສດ​ຖະ​ກິດ​ທົ່ວ​ໂລກ​ປີ​ນີ້​ຈະ​ຊຸດ​ໂຊມ​ລົງ 4,4%, ​ໃນ​ບັນ​ດາກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ ມີ​ແຕ່​ຈີນ​ຈະ​ບັນ​ລຸ​ການ​ເຕີບ​ໂຕ

2020-10-14 10:59:35 cri

ວັນ​ທີ 13 ຕຸ​ລາ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ​​ໄດ້ປະ​ກາດ “ບົດ​ລາຍ​ງານ​ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ໂລກ” ໂດຍຄາດ​ວ່າ, ເສດ​ຖະ​ກິດ​​ໂລກ​ປີ 2020 ​ຈະ​ຊຸດ​ໂຊມ​ລົງ 4,4%, ແຕ່​ເສດ​ຖະ​ກິດ​ຈີນ​ຈະ​ເຕີບ​ໂຕ 1,9%, ຖື​ວ່າ ແມ່ນກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ ​ພຽງ​​ໜຶ່ງດຽວ​ໃນ​ໂລກ​ທີ່​ຈະ​ບັນ​ລຸ​ການ​ເຕີບ​ໂຕ.

ບົດ​ລາຍ​ງານຍັງ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຄ່ອຍໆ​ຟື້ນ​​ຄືນໃໝ່, ເສດ​ຖະ​ກິດ​ທົ່ວ​ໂລກ​ກຳ​ລັງຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຊຸດ​ໂຊມ. ໃນ​ຖາ​ນະ​ເປັນ​ຜູ້​ປະ​ກອບ​​ສ່ວນ​ທີ່ສຳ​ຄັນ​, ຈີນ​ໄດ້​ຊ່ວຍ​ຊູ​ຍູ້​ໜູນໃຫ້​ການ​ຄ້າ​ໂລກ​ຟື້ນ​ຄືນໃໝ່​ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ. ແຕ່​ຍ້ອນ​​ມີ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຍັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮ້າຍ​ແຮງ​ຂຶ້ນ​ຕື່ມ, ນັບ​ແຕ່​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ, ​ຈັງ​ຫວະ​ການ​ຟື້ນ​ຄືນ​ໃໝ່​ດ້ານ​ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຫຼາຍ​ແຫ່ງ​ເລີ່ມ​ຊັກ​ຊ້າ​ລົງ.

IMF ຄາດ​ວ່າ, ເສດ​ຖະ​ກິດ​ຈີນ​ອາດ​ຈະ​ເຕີບ​ໂຕ​ຕໍ່​ເນື່ອງ​ໃນ​ປີ 2021, ອັດ​ຕາ​​ເຕີບ​ໂຕ​ຈະ​ບັນ​ລຸ 8,2%.

ຄຳ​ເຫັນ

0