何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ປະ​ຕິ​ຮູບ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄລ​ຍະ 40 ປີ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ເປັນ​ການ​ສະ​ສົມ​ບົດ​ຮຽນ​​ອັນ​ລ້ຳ​ຄ່າ 10 ຂໍ້

2020-10-14 17:57:36 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ປະ​ຕິ​ຮູບ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄລ​ຍະ 40 ປີ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນ​ເປັນ​ການ​ສະ​ສົມ​ບົດ​ຮຽນ​​ອັນ​ລ້ຳ​ຄ່າ 10 ຂໍ້_fororder_1126609689_16026468590721n

ວັນ​ທີ 14 ຕຸ​ລາ​ນີ້, ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສີ່ນ​ເຈີ້ນຄົບ​ຮອບ 40 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ. ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ 10 ຫຼັກ​ການ​ສຳ​ຄັນ​​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ຍຸກ​ໃໝ່, ໂດຍ​​ທ່ານກ່າວ​ເນັ້ນ​ວ່າ, ໃນ​ການ​ສ້າງ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ຂອງ​ຈີນ​ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຕ້ອງ​ຍຶດ​ໝັ້ນ ແລະ ປັບ​ປຸງ​ລະ​ບອບ​ສັງ​ຄົມ​ນິ​ຍົ​ມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ; ຕ້ອງ​ຍຶດ​ໝັ້ນ​ການ​ບຸກ​ບືນ​ຢ່າງ​ກ້າ​ຫານ, ປົດ​ປ່ອຍທາງ​ດ້ານ​ແນວ​ຄິດ​ເພື່ອ​ນຳ​ພາ​ການ​ບຸກ​ທະ​ລຸ​ການ​ປະ​ຕິ​ຮູບ; ຕ້ອງ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ; ຕ້ອງ​ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ໃໝ່; ຕ້ອງ​ຍຶດ​ໝັ້ນ​​ການ​ປະ​ຕິ​ຮູບ ແລະ ການ​ພັດ​ທະ​ນາທີ່​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ ແລະ ​ຍຸ​​ດຕິ​ທຳ​ກວ່າ​ເກົ່າ; ຕ້ອງ​ຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​​ເພື່ອ​ເປັນ​ສິ່ງ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ; ຕ້ອງ​ຍຶດ​ໝັ້ນ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​​ເສດ​ຖະ​ກິດ​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ນິ​ເວດພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ​ກົມ​ກຽວ​ກັນ ແລະ ​ມີ​ຄວາມຍືນ​ຍົງ​; ຕ້ອງ​ຍຶດ​ໝັ້ນ​​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດດຽວ ສອງ​ລະ​ບອບ”ຢ່າງ​ຖືກ​ຕ້ອງ, ຊຸກ​ຍູ້​​ໃຫ້ແຜ່ນ​ດິນ​ໃຫຍ່​ຈີນ ແລະ​ຮົງ​ກົງ ມາ​ກາວ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ; ຕ້ອງ​ຍຶດ​ໝັ້ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ທົ່ວ​ປະ​ເທດຈີນ.

ຄຳ​ເຫັນ

0