李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ຕອບ​ໂຕ້​ອາ​ເມ​ຣິ​ກາ​ທີ່​ຕິ​ຕຽນ​ຈີນ ຣັດ​ເຊຍ ແລະ​ກູ​ບາທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ສະ​ພາ​​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ

2020-10-15 16:04:12 cri

ໃນ​ກ​ອງ​ປະ​ຊຸມ​ຂ່າວ​ທີ່ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ຕຸ​ລາ​ນີ້, ​ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ທີ 13 ຕຸ​ລາ​ທີ່​ຜ່ານ​ມາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ໄມ ພົມ​ເພວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ ໄດ້​ອອກ​ຖະ​ແຫຼງ​ການ ກ່າວ​ຕິ​ຕຽນ ຈີນ, ຣັດ​ເຊຍ ແລະ​ກູ​ບາ ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ ເຂົ້າ​ໃນສະ​ພາ​ສິດ​ທິ​ມະ​ນຸດອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ທັງ​ໄດ້ກ່າວ​ປະ​ນາມ​ສະ​ພາ​ສິດ​ທິ​ມະ​ນຸດ​ວ່າ​ມີ​ຄວາມໃກ້​ຊິດ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທີ່​ມີ​ອິດ​ທິ​ພົນ, ແລະ​ກ່າວ​ວ່າ, ເລື່ອງ​ນີ້​ຍິ່ງ​ໄດ້​​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ວ່າ ລັດ​ຖະ​ບານທ​ຣຳ ຖອນ​ອອກ​ຈາກ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ການ​ຕັດ​ສິນ​ໃຈທີ່​ຖືກ​ຕ້ອງ. ຕໍ່​ກັບ​ເລື່ອງ​ນີ້, ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ?

ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ກ່າວ​ວ່າ: ຄຳ​ເວົ້າ​ຂອງ​ທ່ານໄມ ​ພົມ​ເພວ​ໄຮ້​ເຫດ​ຜົນ​ຫຼາຍ. ສະ​ມາ​ຊິກ​ສະ​ພາ​​ສິດ​ທິ​ມະ​ນຸດຖືກ​ເລືອກ​ຕັ້ງ​ໂດຍ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ​ສະ​ພາ​ ສິດ​ທິ​ມະ​ນຸດ​ແລ້ວ, ​ຈຶ່ງ​ເປັນ​ຝ່າຍ​ທີ່ເລືອກ​ຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບປະ​ຊາ​ຄົມ​ໂລກ, ບໍ່​ມີ​ຄຸນ​ວຸດ​​ໃດໆ​ເພື່ອທິ​ຕີ​ລາ​ຄາ​​ການ​ເລືອກ​ຕັ້ງ​ຂອງ​ສະ​ພາ​​ສິດ​ທິ​ມະ​ນຸດ.

ຄຳ​ເຫັນ

0