吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

G20 ເຫັນ​ດີ​ເລື່ອນ​ເວ​ລາ​ການ​ຊຳ​ລະ​ໜິ້​ໃຫ້​ປະ​ເທດ​ທຸກ​ຍາກ​ທີ່​ສຸດ​ອອກ​ໄປອີກ 6 ເດືອນ​

2020-10-15 15:10:00 CRI

G20 ເຫັນ​ດີ​ເລື່ອນ​ເວ​ລາ​ການ​ຊຳ​ລະ​ໜິ້​ໃຫ້​ປະ​ເທດ​ທຸກ​ຍາກ​ທີ່​ສຸດ​ອອກ​ໄປອີກ 6 ເດືອນ​_fororder_1602692719429_660_1240x582

    ວັນ​ທີ 14 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ​ຜູ້​ວ່າ​ການທະ​ນາ​ຄານ​ກາງ​ຂອງ​ປະ​ເທດ​ໃນ​ກຸ່ມ 20 ປະ​ເທດ ຫຼື G20 ໄດ້​ອັດ​ລົງ. ​ປະ​ເທດ​ຊາ​ອຸ​ດິດ ອາ​ຣັບ​ບີ ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ G20 ​ໄດ້ແຈ້ງ​ໃຫ້​ຮູ້​ວ່າ, ເພື່ອ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ19, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ເຫັນ​ດີ​​ເລື່ອນ​ເວ​ລາ​ການ​ຊຳ​ລຳ​ໜີ້​ໃຫ້ປະ​ເທດ​ເຫຼົ່າ​ນີ້​ອອກ​ໄປອີກ 6 ເດືອນ, ຈົນ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາປີ 2021.

    ກ່ອນ​ໜ້າ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ​ຜູ້​ວ່າ​ການທະ​ນາ​ຄານ​ກາງ​ຂອງ​ປະ​ເທດ​ໃນ​ກຸ່ມ G20 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ເມ​ສາ​ປີ​​ນີ້​ໄດ້​ເປັນ​ເອ​ກະ​ພາບ​ກັນເຫັນ​ດີ​ໃຫ້​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ​​ໂຈະ​ການ​ຊຳ​ລະ​ໜີ້ເປັນ​ການ​ຊົ່ວ​ຄາວ​ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 1 ພຶດ​ສະ​ພາ​ຫາທ້າຍ​ປີ​2020.

ຄຳ​ເຫັນ

0