吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ລາວ ແລະ ນາ​ຍົກ​ລາວໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້

2020-10-15 15:05:33 CRI

ປະ​ທານ​ປະ​ເທດ​ລາວ ແລະ ນາ​ຍົກ​ລາວໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້_fororder_1602687446099_397_500x351

      ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ ແລະ ທ່ານ​ທອງ​ລຸນ ສິ​ສຸ​ລິດ ນາ​ຍົກ​ລັດ​ຖະ​ນົນ​ຕີ​ລາວ​ຕ່າງ​​ກໍ່​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ລາວ.

 ​      ໃນ​ໂອ​ກາດ​ດັ່ງ​ກ່າວ,ທ່ານ​ວາງ​ຢີ້​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ຂອງ​ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ມາ​ເຖິງ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ. ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ​ຍິນ​ດີ​ຖື​ເອົາ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​ງາ​ກຳ​ຈີນ-ລາວ​ເປັນ​ພື້ນ​ຖານ, ຫຼັງ​ຈາກວັກ​ຊີນ​ພະ​ຍາດ​ໂຄວິດ19 ຄົ້ນ​ຄວ້າ​​ຜະ​ລິດ ແລະ ເລີ່ມ​ນຳ​ໃຊ້​ແລ້ວ ​ຈະສະ​ໜອງ​ໃຫ້​ປະ​ເທດ​ລາວ​ກ່ອນ​ໝູ່, ຈີນຖືເອົາ​ແລວ​ທາງ​ເສ​ດ​ຖະ​ກິດ​ຈີນ-ລາວ​ເປັນ​​ທິດ​ພັດ​ທະ​ນາ, ເລັ່ງ​ລັດ​ການ​ຮ່ວມ​ມື​​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເປີດກວ້າງ​ການ​ຄ້າ ແລະ ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ, ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.


     ທ່ານ​​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​​ຝາ​ກ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນ​ຈິງ​ໃຈ ແລະ ພອນ​ໄຊ​ອັນ​ປະ​ເສີດ​ຜ່ານ​ທ່ານ​ວາງ​ຢີ້​ໄປ​ເຖິງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ. ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ກ່າວ​ວ່າ, ການ​ພົວ​ພັນ​ລາວ-ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຜົນ​ກະ​ທົບ​ຂອ​ງ​ພະ​ຍາດ​ໂຄວິດ19 ແລະ ​ໄດ້ຮັກ​ສາ​ທ່ວງ​ທ່າ​ການ​​ພົວ​ພັນ​ທີ່​ດີ. ລາວ​ຈະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຂອງ​ຈີນ, ຢືນຢູ່​​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ປະ​ເທດ​ຈີນ, ​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ລາວ-ຈີນ.


      ​ໃນ​ເວ​ລາ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ທອງ​ລຸນ ​ສີ​ສຸ​ລິດ, ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ລາວ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19 ກັບ​ລາວ, ສືບ​ຕໍ່​ສະ​ໜອງວັດ​ຖຸ​​ອຸ​ປະ​ກອນຕ້ານ​ພະ​ຍາດ​ໃຫ້​​ແກ່ປະ​ເທດ​ລາວ, ຊ່ວຍ​ເຫຼືອ​ລາວ​ເອົາ​ຊະ​ນະ​ຕໍ່​ພະ​ຍາດ​ໂຄວິດ19 ໂດຍ​ໄວ. ປະ​ເທດ​ຈີນ ແລະ ປະ​ເທດ​ລາວ​ສາ​ມາດ​ປ້ອງ​ກັນ​ແລະຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ19 ​ໄດ້​ກ່ອນ​ໝູ່ ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ໂດຍ​ໄວ ແລະ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ.


    ທ່ານ​ທອງ​ລຸນ​ ສີ​ສຸ​ລິດກ່າວ​ວ່າ, ລາວ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ວ່າ​ຈີນ​ສາ​ມາດປ້ອງ​ກັນ​ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ 19 ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້​ດີ ເຊື່ອ​ວ່າ​ຈີນ​ຈະ​ກາຍ​ເປັນ​ແບບ​ຢ່າງ​ຂອງ​ໂລກ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19 ແລະ ເປັນ​ພະ​ລັງ​ສຳ​ຄັນ​ທີ່​ສຸດ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ຂອງ​ໂລກ​ຫຼັງ​ພະ​ຍາດ​ໂຄວິດ 19 ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0