黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ໂຍ​ບາຍ 198 ເປັນ​ການ​ຄ້ຳ​ປະ​ກັນ​ສຳ​ລັບ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ

2020-10-16 10:31:12 cri

ນະ​ໂຍ​ບາຍ 198 ເປັນ​ການ​ຄ້ຳ​ປະ​ກັນ​ສຳ​ລັບ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ_fororder_微信图片_20201016102251
ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ຈະ​ບໍ່​ກັບ​ເປັນ​ປະ​ຊາ​ຊົນ​ທຸກ​ຍາກ​ອີກ​ຍ້ອນ​ເປັນ​ພະ​ຍາດ​ໜັກ, ຕາ​ແສງ​ໝ້າ​ຖີ​ເມືອງຫຼົງ​ເຊິ້ງ​ນະ​ຄອນ​ກຸ້ຍ​ລິນ​ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ 198, 1 ກໍ​ແມ່ນ​ອຳ​ນາດ​ການ​ປົກ​ຄອງ​ທາງ​ເມືອງ​ໄດ້​ເສຍ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸ​ຍາກ 100% ດ້ວຍ​ງົບ​ປະ​ມານ​ທາງ​ເມືອງ, 9 ແມ່ນ​ຖ້າ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກນອນ​ໂຮງ​ໝໍ, ຈະ​ໄດ້​ເງິນ​ອຸດ​ໜູນ​ຈາກ​ການ​ປະ​ກັນ​ທາງ​ສຸ​ຂະ​ພາບ​ 90%, 8 ແມ່ນ​ຖ້າ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໄປ​ປິ່ນ​ປົວ​ພະ​ຍາດ​ຊຳ​ເຮື້ອ, ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ຈາກ​ການ​ປະ​ກັນ​ທາງ​ສຸ​ຂະ​ພາບ 80%. ຖ້າ​ນອນ​ໂຮງ​ໝໍ, ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຈະ​ບໍ່​ຕ້ອງ​ຈ່າຍ​ເງິນ​ມັດ​ຈຳ ພ້ອມ​ທັງ​ຈະ​ສາ​ມາດ​ຊຳ​ລະ​ຄ່າ​ປິ່ນ​ປົວ ແລະ ຄ່າ​ນອນ​ໂຮງ​ໝໍ​ບາດ​ດຽວ​ເລີຍ ເຊິ່ງ​ໄດ້​ເປັນ​ການ​ຄ້ຳ​ປະ​ກັນ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ ແລະ ຈະ​ບໍ່​ຕົກ​ເປັນ​ປະ​ຊາ​ຊົນ​ທຸກ​ຍາກ ຍ້ອນ​ເປັນ​ພະ​ຍາດ.

ຄຳ​ເຫັນ

0